ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສ.ເກົາຫຼີ

ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສ.ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ​​ທ່ານ​ນາຍົກລັດຖະມົນຕີ ສ ​ເກົາຫຼີ Chung Hong – won
(ພາບ: VGP/Lê Sơn)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ ​ເກົາຫຼີ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 19 – 23/1, ວັນ​ທີ 20/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົວພັນ​ກັບ​​ທ່ານ​ນາຍົກລັດຖະມົນຕີ ສ ​ເກົາຫຼີ Chung Hong – won. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຖື​ການ​ພົວພັນ​ກັບ ສ ​ເກົາຫຼີ ​ເປັນ​ສຳຄັນ ​ແລະ ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດນາມ, ​ພ້ອມ​ທັງເນັ້ນ​ໜັກ ຫວຽ​ດນາມ ຈະ​ມາ​ນະພະ​ຍາ​ຍາມ​ພ້ອມ​ກັບ ສ ​ເກົາຫຼີ ​ເພື່ອ​ເພີ່​ມທະວີ​ການ​ຮ່ວມມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ຮ່ວມ​ມື​ແຮງ​ງານ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ 2 ປະ​ເທດ.

    ສ່ວນທ່ານ​ນາຍົກລັດຖະມົນຕີ Chung Hong – won ຢືນຢັນ​ວ່າ: ລັດຖະບານ ສ ​ເກົາຫຼີ ຈະ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ​ຢ່າງ​ຕັ້ງໜ້າ ​ແລະ ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ເສ​ດຖະກິດ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ແລະ ຮ່ວມ​ມື​​ເພື່ອພ້ອມ​ກັນ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ Chung Hong – won  ສະ​ເໜີ​ໃຫ້ 2 ຝ່າຍຈົ່ງ​ມານະ​ພະຍາຍາມ​ເຈລະຈາ​ເພື່ອ​ເຊັນ FTA ຫວຽດນາມ - ສ ​ເກົາຫຼີ ​ໂດຍ​ໄວ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ຄ້າ 2 ປະ​ເທດ​​ໃຫ້​ບັນລຸ​ຄາດໝາຍ 70 ຕື້ USD ​ໃນ​ປີ 2020, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸ່ນຂອງ​ຫວຽດນາມ, ມຸ່ງ​ໄປ​ເຖິງ​ການ​ດຸ່ນດຽງ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ເທື່ອ​ລະ​ກ້າວ.

    2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະ​ວີ​ການ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ເສລີ, ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ.​​​.​.​ ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ໃນ​​ແຫຼມ ​ເກົາຫຼີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ຫວຽດນາມ ສະໜັບສະໜູນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ສ້າງ​ແຫຼມ ​ເກົາຫຼີ ປອດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ