ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) - ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ເອຢິບຕື່ມອີກ. 
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ແລະ ທ່ານ Ayman Aly Kamel Aly ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ (ພາບ: baoquocte.vn)

ຕອນບ່າຍວັນທີ 9 ກັນຍາ ຢູ່ຮ່າໂນ້ຍ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ Ayman Aly Kamel Aly ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ, ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດ ສອງປະເທດ.      

ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ເອຢິບຕື່ມອີກ. ທ່ານລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ບັນດາບາດກ້າວພັດທະນາ ຢ່າງຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ; ສະເໜີສອງຝ່າຍຍູ້ແຮງ ການຮ່ວມມືດ້ານການຄ້າ, ການລົງທຶນ ເພື່ອແນໃສ່ປະກອບສ່ວນເພື່ອບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າສອງສົ້ນຂຶ້ນລະດັບ 1 ຕື້ USD/ປີ ໂດຍໄວ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ…

ສ່ວນທ່ານ Ayman Aly Kamel Aly ເນັ້ນໜັກວ່າ ເອຢິບຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ເລິກເຊິ່ງກ່ວາອີກ; ຢັ້ງຢືນວ່າ ກະຊວງການຕ່າງປະເທດ ເອຢິບຈະສົມທົບກັບ ກະຊວງການຕ່າງປະເທດ ຫວຽດນາມຢ່າງແໜ້ນແຟ້ນ ໃນການຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະ ແລະ ພົບປະຂັ້ນສູງ, ມານະພະຍາຍາມຍົກສູງປະສິດທິຜົນໃນການຮ່ວມມືການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ…

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 9 ກັນຍາ, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Ayman Aly Kamel Aly ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 9 ລະຫວ່າງ ກະຊວງການຕ່າງປະເທດ  ຫວຽດນາມ - ເອຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ