ຊຸກຍູ້ການພົວພັນແບບ ພິເສດຫວຽດນາມ-ລາວ

ຊຸກຍູ້ການພົວພັນແບບ ພິເສດຫວຽດນາມ-ລາວ - ảnh 1
ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 17/6, ທີ່​ສຳນັກງານ​ລັດຖະບານ, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານຄະນະ​ກຳມາ​ທິການ​ຮ່ວມ​ມື ຫວຽດນາມ - ລາວ, ​ເປັນ​ປະທານ​ກອງ​ປະຊຸມຂອງ​ຄະນະ​ກຳມາ​ທິການ ຮ່ວມ​ມື ຫວຽດນາມ - ລາວ ​ໄດ້​ທົບ​ທວນຄືນ​ວຽກ​ງານ​ຮ່ວມ​ມື​ລົງທຶນ, ການ​ຄ້າ, ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ລະ​ຫວ່າງ ຫວຽດນາມ ກັບ ລາວ. ກ່າ​ວຄຳ​ເຫັນ​ທີ່​ການ​ເຮັ​ດວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ການ​ພົວພົນ ຫວຽດນາມ - ລາວ ພັດທະນາ​ນັບ​ມື້​ນັບ​ດີງາມ​ກ່ວາ​ອີກ, ​ໃນ​ນັ້ນ​ເລື່ອງ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ວິ​ສາ​ຫະກິດ ກັບ ລາວ ​ຕ້ອງ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແບບ​ພິ​ເສດ​ລະ​ຫວ່າງ​ 2 ປະ​ເທດ​ຢ່າງ​ແຮງ​ກ່ວາ​ອີກ. ທ່ານ ຫງວຽນ​ຊວນ​ຟຸກ ຊີ້​ນຳ​ບັນດາ​ອົງການ​ຄຸ້ມ​ຄອງ​ປັບປຸງ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດຢູ່ ລາວ, ບັນດາ​ວິ​ສາ​ຫະກິດ​ເຄົາລົບ​ກົດໝາຍ​ຂອງ​ລາວ ຢ່າງ​ເຂັ້ມ​ງວດ, ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ທ້ອງ​ຖີ່​ນ ​ແລະ ​ໃຫ້​ຄຳໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ລົງທຶນ, ປັບປຸງ​ການພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ຊ່ວຍ​ລາວ​ພັດທະນາ​ເສດຖະກິດ - ສັງຄົມ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃນ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ຢ່າງ​ວ່ອງ​ໄວ, ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນຄູນ​ສ້າງ​ການ​ພົວພັນ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ