ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີວ່າການກະຊວງປ້ອງ
ກັນປະເທດ ຫວຽດນາມ ຕ້ອນຮັບທ່ານພົນຕີ Tim Keating
(ພາບ: trongduc/TTXVN)
(vovworld) - ຄະນະຜູ້ແທນຂັ້ນສູງກອງທັບປະເທດ ນິວຊີແລນ ໂດຍທ່ານພົນຕີ Tim Keating ຜູ້ບັນຊາກຳລັງປ້ອງກັນຊາດ ນຳໜ້າ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 15 – 20/8/2015. ຕອນເຊົ້າວັນທີ 17/8 ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານພົນຕີ Tim Keating ເມື່ອເຂົ້າຢ້ຽມຂ່ຳນັບ, ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ການພົວພັນດ້ານປ້ອງກັນ ຊາດລະຫວ່າງ 2 ປະເທດບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ພິເສດແມ່ນ 2 ຝ່າຍໄດ້ລົງນາມຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ. ທ່ານລັດຖະມົນຕີ ຟຸ່ງກວາງແທງ ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງກອງທັບປະເທດ ນິວຊີແລນ ຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຢ່າງແທດຈິງ.