ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ນະ​ທະ​ທຳ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ - ສ.ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືວັດທະນະທຳ ຫວຽດນາມ - ສ.ເກົາຫຼີ.

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ນະ​ທະ​ທຳ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ - ສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ສ.ເກົາຫຼີ ແມ່ນສອງປະເທດຢູ່ອາຊີ ມີຈຸດຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທຳ ແລະ ປະຫວັດສາດ. ໃນໄລຍະກ່ວາ 30 ປີຜ່ານມາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022.

ພິເສດ, ການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳ ແມ່ນຈຸດພົ້ນເດັ່ນ. ສອງຝ່າຍສືບຕໍ່ເປີດສາຍການບິນໃໝ່, ນຳບັນດາຜະລິດຕະພັນໃໝ່, ດຶງດູດ ແລະ ເປັນເອກະລັກສະເພາະ, ຈັດຕັ້ງຫຼາຍວັນບຸນວັດທະນະທຳ, ລາຍການສະແດງສິລະປະ ພ້ອມກັບບັນດາຍຸດທະສາດສົ່ງເສີມການໂຄສະນາການທ່ອງທ່ຽວ…

ເພື່ອຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສ.ເກົາຫຼີໜູນຊ່ວຍ, ສ້າງເງື່ອນໄຂໃຫ້ການສ້າງສູນວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ, ສະເໜີບັນດາວິສາຫະກິດສ.ເກົາຫຼີເອົາໃຈໃສ່ເຖິງການສືບຕໍ່ຍູ້ແຮງການລົງທຶນເຂົ້າບັນດາຂົງເຂດທ່ອງທ່ຽວ, ອຸດສາຫະກຳວັດທະນະທຳ, ການລະຫຼິ້ນບັນເທິງ… ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ອົງການທ່ອງທ່ຽວແຫ່ງຊາດ, ອຳນາດການປົກຄອງທ້ອງຖິ່ນ, ບັນດາບໍລິສັດການບິນ, ບໍລິສັດທ່ອງທ່ຽວ, ຮາກຖານພັກອາໄສ, ວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ ຈະພ້ອມກັນນຳບັນດາໂຄງການຮ່ວມມື, ລາຍການລະອຽດ, ແທດຈິງເພື່ອນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ - ສ.ເກົາຫຼີຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ