ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ

(VOVWORLD) -ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ສປປ.ເກົາຫຼີ ບັນລຸ 579.000 USD, ສໍາລັບປະເພດສິນຄ້າສົ່ງອອກຄື ເຂົ້າໜົມ, ເຄື່ອງເຟີນີເຈີ...

ເພື່ອຕອບສໍາພາດຕໍ່ສື່ມວນຊົນ, ທ່ານ ໂດ໋ກວັກຮຶງ ຮອງຫົວໜ້າກົມ ອາຊີ, ອາຟີີຼກາ (ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ) ຖືວ່າ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ, ສອງຝ່າຍ ອາດຈະສືບຕໍ່ຮັກສາການພົບປະ, ແລກປ່ຽນຂໍ້ມູນຂ່າວສານຜ່ານຊ່ອງທາງການເມືອງ-ການຕ່າງປະເທດ ແລະ ພົບປະແລກປ່ຽນປະຊາຊົນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍຄວນເພີ່ມທະວີການເຄື່ອນໄຫວແບ່ງປັນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ຂໍ້ກໍານົດກ່ຽວກັບການຄຸ້ມຄອງເສດຖະກິດ, ການນໍາເຂົ້າ-ສົ່ງອອກ, ການລົງທຶນ... ຂອງແຕ່ລະຝ່າຍ. ພ້ອມທັງ, ເພີ່ມທະວີການເຄື່ອນໄຫວແລກປ່ຽນ, ແບ່ງປັນປະສົບການໃນການຄຸ້ມຄອງ ແລະ ພັດທະນາເສດຖະກິດ-ສັງຄົມ ລະຫວ່າງບັນດາອົງການຄົ້ນຄວ້າຂອງສອງຝ່າຍ; ບັນດາວິສາຫະກິດເພີ່ມທະວີການເຂົ້າຮ່ວມບັນດາງານວາງສະແດງສິນຄ້າ, ການເຄື່ອນໄຫວສົ່ງເສີມການຄ້າຢູ່ແຕ່ລະປະເທດ, ສົ່ງເສີມການນໍາເຂົ້າສົ່ງອອກ...

        ທ່ານໂດ໋ກວັກຮຶງ ໃຫ້ຮູ້ວ່າ ນັບແຕ່ປີ 2011 ຫວຽດນາມ ບໍ່ໄດ້ນໍາເຂົ້າ ເຊິ່ງສ່ວນຫຼາຍແມ່ນສົ່ງອອກສິນຄ້າປະເພດທີ່ຈໍາເປັນໄປຍັງ ສປປ.ເກົາຫຼີ. ປີ 2017, ການສົ່ງອອກຂອງຫວຽດນາມໄປຍັງ ສປປ.ເກົາຫຼີ ບັນລຸ 7,3 ຕື້ USD ສໍາລັບປະເພດສິນຄ້າຄື ເຂົ້າໜົມ, ຜະລິດຕະພັນຢາປົວພະຍາດ. ປີ 2018, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ສປປ.ເກົາຫຼີ ບັນລຸ 579.000 USD, ສໍາລັບປະເພດສິນຄ້າສົ່ງອອກຄື ເຂົ້າໜົມ, ເຄື່ອງເຟີນີເຈີ...


ຕອບກັບ

ຂ່າວ/ບົດ​ອື່ນ