ຊຸກຍູ້ການຮ່ວມມືລັດຖະສະພາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕອນບ່າຍວັນທີ 4/5 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນວັນເຢົາ, ຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ເປັນປະທານການພົບປະສັງສັນກັບບັນດາເອກອັກຄະລັດຖະທູດ, ຫົວຫນ້າອົງການທູຕານຸທູດຂອງບັນດາປະເທດສະມາຊິກ ລັດຖະສະພາລະຫວ່າງຊາດໂລກ (IPU) ພາກພື້ນ ອາຊີ - ປາຊີຟີກ.
 
ຊຸກຍູ້ການຮ່ວມມືລັດຖະສະພາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທ່ານ ຫງວຽນວັນເຢົາ, ຫົວຫນ້າກຳມາທິການການຕ່າງປະເທດພົບປະສັງສັນກັບບັນດາເອກອັກຄະລັດຖະທູດ

ນະທີ່ນີ້, ທ່ານຫງວຽນວັນເຢົາ ໃຫ້ຮູ້ວ່າ: ຕາມໂຄງການດຳເນີນງານແລ້ວ, ປີນີ້ ສະຫະພັນລັດຖະສະພາລະຫວ່າງຊາດໂລກ ຈະຈັດຕັ້ງກອງປະຊຸມຫລາຍຄັ້ງຢູ່ບັນດາປະເທດ. ໃນນັ້ນ ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ ປາຊີຟີກ ກ່ຽວກັບການ “ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍເພື່ອຫັນບັນດາເປົ້າໝາຍພັດທະນາແບບຍືນຍົງ” ໂດຍສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງ ແຕ່ວັນທີ 11-13/5/2017 ຢູ່ ນະຄອນ ໂຮ່ຈິມີນ.  ທ່ານ ຫງວຽນວັນເຢົາ, ຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຢືນຢັນວ່າ: ກອງປະຊຸມຈະແມ່ນເວທີປາໄສເພື່ອໃຫ້ບັນດາລັດຖະສະພາ, ສະມາຊິກສະພາແຫ່ງຊາດໃນພາກພື້ນ, ບັນດານັກອຸປະຖຳ, ອົງການຈັດຕັ້ງສາກົນແບ່ງປັນບົດຮຽນ, ຊຸກຍູ້ການຮ່ວມມືໃນວິວັດການປະຕິບັດສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສະແດງຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ ໃນບັນດາການເຄື່ອນໄຫວຂອງ ລັດຖະສະພາລະຫວ່າງຊາດໂລກ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງຂອງຫວຽດນາມໃນເວທີສາກົນ.   

ຕອບກັບ

ຂ່າວ/ບົດ​ອື່ນ