ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າ​ງ​ບັນ​ດາ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ອິນ​ໂດ​ເນ​ເຊຍ

(VOVWORLD) - ທ່ານ Agustaviano Sofjan, ກົງສູນໃຫຍ່ ອິນໂດເນເຊຍປະຈຳ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ປັດຈຸບັນບັນດາຜະລິດຕະພັນ Halal ພວມກາຍເປັນກຳລັງໜູນໃນການເຕີບໂຕສຳຄັນດ້ານເສດຖະກິດຂອງ ອິນໂດເນເຊຍ, ດ້ວຍລະດັບການປະກອບສ່ວນປະມານ 5,1 ຕື້ USD ຕໍ່ປີ. 
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າ​ງ​ບັນ​ດາ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ອິນ​ໂດ​ເນ​ເຊຍ - ảnh 1ບັນດາການນຳເຂົ້າຮ່ວມ ເວທີປາໄສວິສາຫະກິດ  (ພາບ: TTXVN)

ຕອນເຊົ້າວັນທີ 5 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ພ້ອມກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ, ຈັດເວທີປາໄສວິສາຫະກິດ ດ້ວຍຫົວຂໍ້ “ເປີດກວ້າງການຮ່ວມມືດ້ານການຄ້າລະຫວ່າງ ອິນໂດເນເຊຍ - ຫວຽດນາມ - ແນະນຳກ່ຽວກັບງານວາງສະແດງການຄ້າ ອິນໂດເນເຊຍ (TEI) ຄັ້ງທີ 38 ປີ 2023 ແລະ ຊອກຮູ້ກ່ຽວກັບຕະຫຼາດ Halal”.

ການພົວພັນດ້ານເສດຖະກິດ ຫວຽດນາມ - ອິນໂດເນເຊຍ ພວມມີການພັດທະນາຢ່າງແຮງ. ປີ 2022, ວົງເງິນການຄ້າສອງສົ້ນບັນລຸ 14,1 ຕື້ USD, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບ ປີ 2012. ຢູ່ເວທີປາໄສ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງມີຄວາມສົນໃຈຕໍ່ການສົ່ງອອກຜະລິດຕະພັນ Halal ໄປຍັງ ອິນໂດເນເຊຍ ເຊິ່ງສະຫງວນໃຫ້ແກ່ຊາວມຸດສະລິມ, ຍ້ອນວ່ານີ້ແມ່ນປະເທດ ມີຊາວມຸດສະລິມຫຼາຍທີ່ສຸດໃນໂລກ ດ້ວຍປະຊາກອນກ່ວາ 267 ລ້ານຄົນ.

ທ່ານ Agustaviano Sofjan, ກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ປັດຈຸບັນບັນດາຜະລິດຕະພັນ Halal ພວມກາຍເປັນກຳລັງໜູນໃນການເຕີບໂຕສຳຄັນດ້ານເສດຖະກິດຂອງ ອິນໂດເນເຊຍ, ດ້ວຍການປະກອບສ່ວນປະມານ 5,1 ຕື້ USD ຕໍ່ປີ. ດັ່ງນັ້ນຝ່າຍ ອິນໂດເນເຊຍ ຈຶ່ງໄດ້ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ລົງທຶນເຂົ້າຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ