ຊຸກຍູ້ການໃຊ້ສອຍແລະຜະລິດຜະລິດຕະພັນຂຽວຜ່ານການຊື້ແບບຍືນຍົງຂອງລັດແລະຍີ່ຫໍ້ຊີວະພາບ

ຊຸກຍູ້ການໃຊ້ສອຍແລະຜະລິດຜະລິດຕະພັນຂຽວຜ່ານການຊື້ແບບຍືນຍົງຂອງລັດແລະຍີ່ຫໍ້ຊີວະພາບ - ảnh 1
(ພາບປະກອບ)

(vovworld) – ຊຸກ​ຍູ້​ການ​ໃຊ້​ສອຍ​ ແລະ ຜະລິດ​ຜະລິດ​ຕະພັນ​ຂຽວ​ຜ່ານ​ການ​ຊື້​ແບບ​ຍືນ​ຍົງ​ຂອງ​ລັດແລະ​ຍີ່​ຫໍ້​ຊີວະ​ພາບ. ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ​, ກະຊວງ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ ສົມທົບ​ກັບ​ອົງການ​ສິ່ງ​ແວ​ດລ້ອມ​ຂອງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ ​ໃນ​ວັນ​ທີ 22/09 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນານ​ອນ​ໃນ​ຂອບ​ເຂດ​ໂຄງກາ​ນຊຸກ​ຍູ້​ການ​ໃຊ້​ສອຍ ​ແລະ ຜະລິດ​ຜະລິດ​ຕະພັນ​ຂຽວ​ຜ່ານ​ການ​ຊື້​ແບບ​ຍືນ​ຍົງ​ຂອງ​ລັດແລະ​ຍີ່​ຫໍ້​ຊີວະ​ພາບ (SPPEL). ຕາມ​ທ່ານ ​ເຈີ່ນ​ນາມ​ບິ່ງ, ນັກ​ຊ່ຽວຊານ​ທີ່ປຶກສາ​ຂອງໂຄງການ​ແລ້ວ, ​ໂຄງການ SPPEL ​ໄດ້​ຮັບ​ການ​ປະຕິບັດ ​ເພື່ອ​ແນ​ໃສ່​ຕີ​ລາຄາ​​ໂດ​ຍສັງ​​ເຂ​ບກ່ຽວ​ກັບ​ສະພາບ​ການຊື້​ຂາຍຂອງລັດ​ຢູ່​ຫວຽດນາມ, ຈາກ​ບັນດາ​ແງ່​ມູນ​ດ້ານກົດໝາຍ, ຂັ້ນ​ຕອນ, ກົດ​ລະບຽບ, ບັນດາ​ອົງການ​ກ່ຽວ​ຂ້ອງ; ຈາກ​ນັ້ນ​ຈະ​​ໄຈ້​​ແຍກ​ຄວາມ​ສາມາດ​ນຳ​ໃຊ້​ການ​ຊື້​ແບບ​ຍືນ​ຍົງ​ຂອງ​ລັດແລະ​ຍີ່​ຫໍ້​ຊີວະ​ພາບ ​ເຂົ້າ​ໃນ​ການ​ຊື້ຂາຍຂອງ​ລັດ.

ຂ່າວ/ບົດ​ອື່ນ