ຊຸກ​ຍູ້​ຄວາມ​ຄືບ​ໜ້​າ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ​ຂ​ໍ້​ຕົກ​ລົງ​ການ​ຮ່ວມມ​ື​ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) - ວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນທ່ານ ຫງວຽນຈີ໊ຢຸ໊ງ ລັດຖະມົນຕີກະຊວງແຜນການ - ການລົງທຶນ ຫວຽດນາມ ແລະ ທ່ານ ສຸພັນ ແກ້ວມີໄຊ  ລັດຖະມົນຕີກະ   ຊວງແຜນການ - ການລົງທຶນ ລາວ ໄດ້ ເປັນປະທານຮ່ວມກອງປະຊຸມແລກປ່ຽນວິຊາສະເພາະລະຫວ່າງ ກະຊວງແຜນການ - ການລົງທຶນ ສອງປະເທດ.
ຊຸກ​ຍູ້​ຄວາມ​ຄືບ​ໜ້​າ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ​ຂ​ໍ້​ຕົກ​ລົງ​ການ​ຮ່ວມມ​ື​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ລັດຖະມົນຕີ ສອງທ່ານລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021

ກອງປະຊຸມໄດ້ສຸມໃສ່ຕີລາຄາຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືລະຫວ່າງ ລັດຖະບານ ສອງປະເທດ ໃນທຸກໆຂົງເຂດຄື: ເສດຖະກິດ, ວັດທະນະທຳ - ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພິເສດແມ່ນໃນຂົງເຂດເສດຖະກິດ, ປັດຈຸບັນ ຫວຽດນາມ ພວມຢືນຢູ່ອັນດັບ 1 ໃນ 53 ປະເທດທີ່ລົງທຶນເຂົ້າລາວ ດ້ວຍ ໂຄງການຫຼາຍກ່ວາ 400 ໂຄງການ, ຍອດເງິນລົງທຶນຫຼາຍກ່ວາ 4,1 ຕື້ USD. ບັນດາໂຄງການລົງທຶນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ລາວ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021, ໃຫ້ຄຳໝັ້ນສັນຍາສືບຕໍ່ ເພີ່ມທະວີການຮ່ວມມືຢ່າງຮອບດ້ານລະຫວ່າງ ສອງກະຊວງໃນບັນດາຂົງເຂດແຜນການ ແລະ ການລົງທຶນ, ເປັນສູນຕິດຕໍ່ພົວພັນການຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ, ຈັດສົ່ງຄະນະປະຕິບັດງານໄປແລກປ່ຽນບົດຮຽນເປັນປະ  ຈຳ, ໜູນຊ່ວຍຝຶກອົບຮົມ, ບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຂອງກະຊວງແຜນການ - ການລົງທຶນລາວ…

ຕອບກັບ

ຂ່າວ/ບົດ​ອື່ນ