( ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບການ ທ່ານ ຫຼານແທນຫຼີ້ )
(vovworld) - ຕອນບ່າຍວັນທີ 20/7, ທີ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບການ ທ່ານ ຫຼານແທນຫຼີ້ ຮອງປະທານເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ແຂວງ ກວາງຊີ, ຈີນ, ພວມມີການຢ້ຽມຢາມຢູ່ຫວຽດນາມ ໃນການຕ້ອນຮັບ ທ່ານ ຫງວຽນທ້ຽນເຍີນ ຢື່ນຢັນວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ກັບພັກ, ລັດຖະບານ ແລະ ປະຊາຊົນຈີນ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະແມ່ນ ໝຶ່ງໃນບັນດາບຸລິມະສິດແຖວໜ້າ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ການນຳຫວຽດນາມຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນງານພົບປະແລກປ່ຽນມິດຕະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ເປັນຕົ້ນແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມ, ໃນນັ້ນມີ ແຂວງ ກວາງຊີ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນຫນັກວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດຫລາຍຢ່າງ, ສະນັ້ນ ໄລຍະຈະມາເຖິງ ສອງຝ່າຍຄວນເອົາໃຈໃສ່ຊຸກຍູ້ຍົກລະດັບບັນດາດ່ານຊາຍແດນ, ຊຸກຍູ້ດ້ານການຄ້າ, ພັດທະນາກ່ຽວກັບຄົມມະນາຄົມ, ປຸງແຕ່ງຜະລິດຕະພັນກະເສດ, ສະບຽງອາຫານ, ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ການທ່ອງທ່ຽວລະຫວ່າງ ແຂວງ ກວາງຊີ ກັບຫວຽດນາມ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາ.
ສ່ວນທ່ານຮອງປະທານເຂດປົກຄອງຕົນເອງເຜົ່າຈ້ວາງ ຫລານແທນຫລີ ໃຫ້ຮູ້ວ່າ: ອຳນາດການປົກຄອງ ແຂວງ ກວາງຊີ ປາດຖະຫນາວ່າ ຜ່ານການສຶກສາ ຈະຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຂອງຫວຽດນາມ ແລະ ກວາງຊີ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດຖະບານ, ປະຊາຊົນ ສອງຊາດ ຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາ. ດ້ວຍທີ່ຕັ້ງແມ່ນຕິດກັບ ຫວຽດນາມ ກວາງຊີ ກໍປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືກັບບັນດາແຂວງ ຊາຍແດນຫວຽດນາມໃນຫລາຍຂົງເຂດຄື: ເສດຖະກິດ, ການສຶກສາ… ກວ່າອີກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.