ຊຸກຍູ້ຕະຫຼາດອະສັງຫະລິມະຊັບພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

(VOVWORLD) - ກອງປະຊຸມໄດ້ຈັດຕັ້ງທາງໄກລະຫວ່າງສຳນັກງານລັດຖະບານ ເຊື່ອມຕໍ່ກັບຄະນະກຳມະການປະຊາຊົນ 5 ນະຄອນຂຶ້ນກັບສູນກາງເຊິ່ງລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ, ຫາຍຟ່ອງ, ເກີ່ນເທີ.
ຊຸກຍູ້ຕະຫຼາດອະສັງຫະລິມະຊັບພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 14 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມພັດທະນາຕະຫຼາດອະສັງຫະລິມະຊັບຢ່າງປອດໄພ, ປອດໃສ, ຍືນຍົງ. ກອງປະຊຸມໄດ້ຈັດຕັ້ງທາງໄກລະຫວ່າງສຳນັກງານລັດຖະບານ ເຊື່ອມຕໍ່ກັບຄະນະກຳມະການປະຊາຊົນ 5 ນະຄອນຂຶ້ນກັບສູນກາງເຊິ່ງລວມມີ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ, ຫາຍຟ່ອງ, ເກີ່ນເທີ.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບໃຫ້ກະຊວງກໍ່ສ້າງຄົ້ນຄ້ວາ, ສ້າງລະບົບກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດອະສັງຫະລິມະຊັບໃຫ້ສົມບູນແບບ ຮັບປະກັນລັກສະນະຄົບຊຸດ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ສ້າງເງື່ອນໄຂເພື່ອໃຫ້ຕະຫຼາດອະສັງຫະລິມະຊັບພັດທະນາຢ່າງມີສະຖຽນລະພາບ, ປອດໃສ. ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ຫ້ອງວ່າການລັດຖະບານສົມທົບກັບກະຊວງກໍ່ສ້າງ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງໃຫ້ສົມບູນແບບ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ປະກາດໃຊ້ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບມາດຕະການພັດທະນາຕະຫຼາດອະສັງຫະລິມະຊັບໃຫ້ມີຄວາມປອດໄພ, ປອດໄສ, ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ