ຊຸກຍູ້ວິສາຫະກິດອິນເດຍລົງທຶນເຂົ້າຫວຽດນາມ

ຊຸກຍູ້ວິສາຫະກິດອິນເດຍລົງທຶນເຂົ້າຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ “ກາລະ​ໂອກາດ​ລົງທຶນ​ເຂົ້າ​ ບັນດາ​ປະ​ເທດ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ CLMV“, ​ເຊິ່ງລວມມີ​ກຳປູ​ເຈຍ, ລາວ, ມຽນມາ, ​ແລະ ຫວຽດນາມ, ຫາ​ກໍ່​ດຳ​ເນີນ​ຢູ່​ນະຄອນ Kolkata, ອິນ​ເດຍ. ກອງ​ປະຊຸມ​ໂດຍ​ທະນາຄານ​ຂາ​ອອກ​ຂາ​ເຂົ້າ ອິນ​ເດຍ (Eximbank) , ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ, ຫ້ອງການ​ການ​ຄ້າ Bharat  ຢູ່ Kolkata ​ແລະ ບາງ​ອົງການ​ຕາງໜ້າ, ສະຫະ​ສະມາຄົມ ​ແລະ ວິ​ສາ​ຫະກິດ ອິນ​ເດຍ ສົມທົບ​ກັນ​ຈັດ​ຕັ້ງ. ກອງ​ປະຊຸມ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບ້ວງ​ໜູນ​ຊ່ວຍ​ທີ່​ມີ​ມູນ​ຄ່າ 85 ລ້ານ​ໂດ​ລາ​ສະຫະລັດ ຂອງ​ລັດຖະບານ ອິນ​ເດຍ ທີ່ສະ​ຫງວນ​ໃຫ້​ບັນດາ​ບໍລິສັດ ອິນ​ເດຍທີ່ລົງທຶນ​ເຂົ້າ CLMV, ​ເຊິ່ງຈຸດ​ສຸມ​ແມ່ນ ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ອັກຄະ​ລັດຖະທູດ ​ເຈິ່ນກວາງຕ໋ວຽນ, ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມກໍ່ສ້າງ ​ແລະ ຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບ້ວງທຶນ​ໜູນ​ຊ່ວຍ​ຂອງ​ລັດຖະບານ ອິນ​ເດຍ ​ເຂົ້າ​ຂົງ​ເຂດ CLMV ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ. ທ່ານ ອັກຄະ​ລັດຖະທູດ ​ເຈິ່ນກວາງຕ໋ວຽນ ຊີ້​ແຈ້ງວ່າ, ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິ​ຮູບ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ