(VOVWORLD) - ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ແນະນຳລາຍການ “ບືນຕົວອອກສູ່ຕະຫຼາດສາກົນ ໄລຍະ 2026 - 2035”.
ທີ່ກອງປະຊຸມສົ່ງເສີມການຄ້າ
(ພາບ: VGP)
|
ກອງປະຊຸມ “ສົ່ງເສີມການຄ້າດ້ວຍລະບົບການຄ້າ ຫວຽດນາມ ປະຈຳ ຕ່າງປເທດ ເດືອນ ຕຸລາ 2025”, ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ, ຢູ່ສູນງານວາງສະແດງ ຫວຽດນາມ, ດົງແອັງ, ຮ່າໂນ້ຍ.
ທີ່ກອງປະຊຸມ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ແນະນຳລາຍການ “ບືນຕົວອອກສູ່ຕະຫຼາດສາກົນ ໄລຍະ 2026 - 2035”. ນີ້ແມ່ນລາຍການເພື່ອມຸ່ງໄປເຖິງເປົ້າໝາຍສ້າງພື້ນຖານໃຫ້ວິສາຫະກິດ ຫວຽດນາມ ເຊື່ອມໂຍງຢ່າງໝັ້ນຄົງເຂັ້ມແຂງ, ຢືນຢັນທີ່ຕັ້ງຂອງຕົນບົນເວທີການຕະຫຼາດທົ່ວໂລກ. ທ່ານນາງ ມາຍທິທູຮຽນ, ຮອງຫົວໜ້າກົມແຜນການ, ການເງິນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳການຄ້າ, ໃຫ້ຮູ້ວ່າ:
“ກ່ຽວກັບຕະຫຼາດ ແລະ ຂະແໜງສິນຄ້າ, ວິສາຫະກິດ ຫວຽດນາມ ຕ້ອງກວມເອົາຍຸດທະສາດບືນຕົວຂຶ້ນຕະຫຼາດສາກົນ, ພັດທະນາຕາມຮູບແບບເລິກເຊິ່ງ, ກວ້າງຂວາງ, ຫຼາຍຮູບແບບ. ວິສາຫະກິດ, ນັກທຸລະກິດສຸມໃສ່ພັດທະນາລະບົບວິສາຫະກິດມີໂຄງປະກອບຄຸ້ມຄອງທີ່ທັນສະໄໝ, ໂປ່ງໃສ, ເຄົາລົບບັນດາມາດຕະຖານສາກົນ ກ່ຽວກັບດ້ານການເງິນ; ສ້າງກຳລັງນັກທຸລະກິດທົ່ວໂລກທີ່ໄດ້ຮັບການບຳລຸງສ້າງ, ປັວຕົວໃຫ້ເຂົ້າກັບການຜັນປ່ຽນຢ່າງວ່ອງໄວ”.