ຊີຣີຈະນຳອາວຸດເຄມີທີ່ອັນຕະລາຍອອກຈາກປະເທດກ່ອນວັນທີ1/3
ຊີຣີ ຈະສົ່ງບັນດາອາວຸດເຄມີທີ່ອັນຕະລາຍສ່ວນຫຼາຍອອກຈາກປະເທດກ່ອນວັນທີ 1/3
(ພາບ: dantri.com.vn)
(vovworld) – ວັນທີ 11/2, ເອກອັກຄະລັດຖະທູດ ຊີຣີ ປະຈຳ ລັດເຊຍ ທ່ານ Riad Haddad ໃຫ້ຮູ້ວ່າ: ຊີຣີ ຈະສົ່ງບັນດາອາວຸດເຄມີທີ່ອັນຕະລາຍສ່ວນຫຼາຍອອກຈາກປະເທດກ່ອນວັນທີ 1/3 ແລະ ຈະລົບລ້າງສາງອາວຸດເຄມີທັງໝົດ ຕາມກຳນົດເວລາສຸດທ້າຍແມ່ນ (30/6). ກ່ອນໜ້ານັ້ນ, ຊີຣີ ໄດ້ພາດໂອກາດທຳລາຍທາດເຄມີທີ່ອັນຕະລາຍສ່ວນຫຼາຍໃນວັນທີ 31/12/2013 ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ລັດເຊຍ ແລະ ອາເມລິກາ ເພື່ອແນໃສ່ຫຼີກລ້ຽງການບຸກໂຈມຕີຂອງ ອາເມລິກາ ໃສ່ປະເທດນີ້. ນອກຈາກນັ້ນ, ດາມາກຸດ ກໍ່ບໍ່ບັນລຸຜົນໃນການນຳອາວຸດເຄມີອັນຕະລາຍທີ່ສຸດ 700 ໂຕນ ແລະ ອາວຸດເຄມີອັນຕະລາຍລະດັບສອງ 500 ໂຕນອອກຈາກປະເທດໃນວັນທີ 5/2, ອັນໄດ້ກໍ່ຄວາມວິຕົກວັງວົນວ່າ: ຊີຣີ ອາດຈະພາດໂອກາດປະຕິບັດຕາມຈຸດເວລາທີ່ໄດ້ວາງອອກແມ່ນວັນທີ 30/6. ທ່ານເອກອັກຄະລັດຖະທູດ Riad Haddad ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນສະພາບການຜູ້ຕາງໜ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານພວມດຳເນີນການເຈລະຈາສັນຕິພາບຄັ້ງທີ 2 ຢູ່ ເຊີແນວ, ປະເທດສະວິດ. ຕາມແຫຼ່ງຂ່າວຫຼ້າສຸດຈາກກອງປະຊຸມນີ້, ບັນດາການເຈລະຈາໃນວັນທີ 11/2 ບໍ່ບັນລຸຄວາມຄືບໜ້າ ເມື່ອຜູ້ຕາງໜ້າລັດຖະບານ ຊີຣີ ບໍ່ເຫັນດີຕໍ່ລາຍການເຮັດວຽກໃນບັນດາການເຈລະຈາທີ່ພວມດຳເນີນໄປ ແລະ ກ່າວປະນາມຝ່ານຄ້ານກ່ຽວກັບເລື່ອງຄັດຄ້ານປຶກສາຫາລືກ່ຽວກັບຫົວຂໍ້ກໍ່ການຮ້າຍ.