ຊີຣີປະກາດບັນດາຜູ້ ອອກສະໝັກຮັບເລືອກຕັ້ງ ເປັນປະທານາທິບໍດີ


ຊີຣີປະກາດບັນດາຜູ້ ອອກສະໝັກຮັບເລືອກຕັ້ງ ເປັນປະທານາທິບໍດີ - ảnh 1
ປະທານາທິບໍດີ​ Bashar Hafez Al Assad

(ພາບ: AFP/TTXVN))

  (vovworld)- ວັນ​ທີ 4/5, ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ຂອງ​ຊີຣີ ​ໄດ້​ຕົກລົງ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ 3 ທ່ານ ​ໃນ​ຈຳນວນ​ຜູ້​ຈົດ​ທະບຽນ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ 24 ທ່ານ​ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/6 ຈະ​ມາ​ເຖິງ. ທ່ານ Amjad Al Khadra ​ໂຄສົກ​ຂອງສານ​ລັດຖະທຳ​ມະນູນ​ສູງ​ສຸດ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ພິຈາລະນາ 24 ສຳ​ເນົາ​ເອກະສານ​ຈົດ​ທະບຽນ​ຫາ​ສຽງ​ເລືອກ​ຕັ້ງ, ສາ​ນ ໄດ້​ຮັບ​ຮູ້​ຖານະ​ສະໝັກ​ຮັບ​ເລືອ​ກຕັ້ງຂອງ​ທ່ານ: Maher Abdel Hafiz Hajjar, Hassan Abdallah Al Nuri  ​ແລະ ປະທານາທິບໍດີ​ຄົນ​ປະຈຸ​ບັນ Bashar Hafez Al Assad. ທ່ານ Hassan Abdallah Al Nuri  ​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ພັດທະນາ​ບໍລິຫານ ​ແລະ ລັດຖະມົນຕີ​ຮັບຜິດຊອບ​ບັນດາ​ບັນຫາ​ສະພາ​ແຫ່ງ​ຊາດ​ນັບ​​ແຕ່​ປີ 2000-2002. ທ່ານ Maher Abdel Hafiz Hajjar ກໍ່​ແມ່ນ​ສະມາຊິກ​ຂອງ​ສະພາ​ແຫ່ງ​ຊາດ. ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ຊີຣີ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ປະທານາທິບໍດີ​ Bashar Hafez Al Assad ອາດ​ຈະ​ໄດ້​ຮັບ​ໄຊຊະນະ​ຄືນ​ໃໝ່​ໃນ​ການ​ເລືອກ​ຕັ້ງຄັ້ງນີ້ຍ້ອນ​ຄູ່​ແຂ່ງ​ທັງ​ສອງ​ຂອງ​ທ່ານ​ລ້ວນ​ແຕ່​ບໍ່​ມີ​ຊື່​ສຽງ​ປາ​ນໃດ​ໃນ​ເວທີ​ການ​ເມືອງ​ຊີຣີ./

ຂ່າວ/ບົດ​ອື່ນ