ຊະອຸດີ ອາຣາເບຍ ຖະແຫຼງວ່າ ຍັງບໍ່ທັນຄິດໄລ່ເຖິງການຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ

(VOVWORLD) - ຊະອຸດີ ອາຣາເບຍ ຈະບໍ່ສ້າງຕັ້ງການພົວພັນທາງການທູດກັບ ອິດສະຣາແອັນ, ຍົກເວັ້ນໄດ້ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດໄດ້ຮັບການຮັບຮອງເອົາ ກັບເສັ້ນຊາຍແດນປີ 1976
ຊະອຸດີ ອາຣາເບຍ ຖະແຫຼງວ່າ ຍັງບໍ່ທັນຄິດໄລ່ເຖິງການຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ - ảnh 1(ພາບປະກອບ: AFP/TTXVN)

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 07 ກຸມພາ, ກະຊວງການຕ່າງປະເທດ ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ, ປະເທດນີ້ສະແດງຫຼັກໝັ້ນຢ່າງຈະແຈ້ງກັບ ອາເມລິກາ ວ່າ ຊະອຸດີ ອາຣາເບຍ ຈະບໍ່ສ້າງຕັ້ງການພົວພັນທາງການທູດກັບ ອິດສະຣາແອັນ, ຍົກເວັ້ນໄດ້ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດໄດ້ຮັບການຮັບຮອງເອົາ ກັບເສັ້ນຊາຍແດນປີ 1976 ແລະ ການກະທຳຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ຕ້ອງຢຸດຕິລົງ.

        ຄຳຖະແຫຼງໄດ້ຍົກອອກມາພາຍຫຼັງເວລາ 1 ວັນ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ John Kirby ໃຫ້ຮູ້ວ່າ ໄດ້ຮັບການກະທົບຕອບຢ່າງຕັ້ງໜ້າຕໍ່ເລື່ອງ ຊະອຸດີ ອາຣາເບຍ ແລະ ອິດສະຣາແອັນ ພ້ອມແລ້ວຈະສືບຕໍ່ປຶກສາຫາລືກ່ຽວກັບການຫັນການພົວພັນເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ