ຊະອຸດີອາຣາເບຍແຕ່ງຕັ້ງເອກອັກຄະລັດຖະທູດຄົນທຳອິດຢູ່ອີຣັກພາຍຫຼັງ25ປີ

ຊະອຸດີອາຣາເບຍແຕ່ງຕັ້ງເອກອັກຄະລັດຖະທູດຄົນທຳອິດຢູ່ອີຣັກພາຍຫຼັງ25ປີ - ảnh 1
ທ່າ​ນ Thamer Al – Sabhan ​ເປັນ​ເອກ​ອັກຄະ​ລັດຖະທູດ
​ຄົນ​ທຳ​ອິດ​ຂອງ Riyadh ປະຈຳ​ອີຣັກ
(ພາບ: aawsat.net)


​(vovworld) - ຊະ​ອຸ​ດີ ອາຣາ​ເບຍ ​ໄດ້​ແຕ່ງ​ຕັ້ງທ່າ​ນ Thamer Al – Sabhan ​ເປັນ​ເອກ​ອັກຄະ​ລັດຖະທູດ​ຄົນ​ທຳ​ອິດ​ຂອງ Riyadh ປະຈຳ​ອີຣັກ ພາຍຫຼັງ​ກວ່າ 25 ປີ. ຕໍ່ໜ້າຂໍ້​ຕົກລົງ​ນີ້, ທ່ານ​ປະທານ​ນາ​ທິບ​ໍດີ​ອີຣັກ Fuad Masoum ​ໄດ້​ຊົມ​ເຊຍ​ເລື່ອງ ຊະ​ອຸ​ດີ ອາຣາ​ເບຍ ​ໄດ້​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ ​ແມ່ນ​ບາດ​ກ້າວຕັ້ງ​ໜ້າ​ຖືກ​ກັບ​ເວລາ. ​ໂຄສົກ​ຂອງ​ປະທານາທິບໍດີ​ອາຣັກ Khalid Shawani ຢັ້ງຢືນ​ວ່າ: ນີ​້ແມ່ນ​ສານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່ສຳລັບ​ປະຊາຊົນ ​ແລະ ລັດ​ຖະບານ​ອີຣັກ​, ​ໂດຍ​ສະ​ເພາະ​ແມ່ນ​​ເມື່ອ 2 ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ກັບ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ