ຊາບຊຶມມະຕິກອງປະຊຸມໃຫຍ່12ຂອງພັກໃຫ້ການນຳສະຫະພັນບັນດາສະມາຄົມວິທະຍາສາດແລະເຕັກນິກ,ຖັນແຖວນັກປັນຍາຊົນ

ຊາບຊຶມມະຕິກອງປະຊຸມໃຫຍ່12ຂອງພັກໃຫ້ການນຳສະຫະພັນບັນດາສະມາຄົມວິທະຍາສາດແລະເຕັກນິກ,ຖັນແຖວນັກປັນຍາຊົນ - ảnh 1
ພາບປະກອບຈາກໜັງສືພິມກອງທັບປະຊາຊົນ

(vovworld) – ​​ໂດຍ​ສືບ​ຕໍ່ບັ້ນ​ຮຳ່ຮຽນ, ຊາບ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນ​ິດ ຫວຽດນາມ, ​ໃນ​ລະຫວ່າງ 8 -9/6, ຢູ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮຳ່ຮຽນ, ຊາບ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້ການ​ນຳ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາ​ສາດ ​ແລະ ​ເຕັກນິກ, ຖັນ​ແຖວ​​ປັນຍາ​ຊົນ​ພາກ​​ໃຕ້. ບັນດາ​ຜູ້​ແທນ​ສຸມ​ໃສ່​ຄົ້ນ​ຄ້ວາ 3 ຫົວ​ເລື່ອງ​ຕົ້ນຕໍນັ້ນ​​ແມ່ນ: ບັນດາ​ເນື້ອ​ໃນ​ພື້ນ​​ຖານ​ຂອງ​ບົດ​ລາຍ​ງານ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; ບົດ​ລາຍ​ງານ​ສະຫລຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ 4 (ຊຸດ​ທີ 11) “ບາງ​ບັນຫາ​​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”; ບົດ​ລາຍ​ງານ​ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2011 – 2015 ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​​ໄລຍະ 5 ປີ 2016- 2020.

       


ຂ່າວ/ບົດ​ອື່ນ