ຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ

(VOVWORLD) - ກ່ອນນີ້ 10 ປີ, ສະມາຄົມຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແນໃສ່ເຕົ້າໂຮມພໍ່ແມ່ປະຊາຊົນທີ່ເປັນໄທບ້ານດຽວກັນ ຫຼື ເກີດຢູ່ແຂວງ ຫາຍເຢືອງ ທີ່ພວມດຳລົງຊີວິດ ແລະ ທຳມາຫາກິນຢູ່ສ. ເຊັກໂກ. 

ຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ - ảnh 1 ສະມາຊິກສະໂມສອນສະແດງສິລະປະທີ່ລາຍການ

(ພາບ: hdhhaiduong.cz )

ຕອນຄ່ຳວັນທີ 10 ກັນຍາ, ພໍ່ແມ່ພີ່ນ້ອງຜູ້ຕາງໜ້າໃຫ້ຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ ແລະ ບາງປະເທດໃກ້ຄຽງຄື: ເຢຍລະມັນ, ໂປໂລຍ, ສະໂລວາກີ ເຂົ້າຮ່ວມລາຍການພິເສດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສະມາຄົມຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ. ກ່ອນນີ້ 10 ປີ, ສະມາຄົມຊາວ ຫາຍເຢືອງ ຢູ່ ສ. ເຊັກໂກ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແນໃສ່ເຕົ້າໂຮມພໍ່ແມ່ປະຊາຊົນທີ່ເປັນໄທບ້ານດຽວກັນ ຫຼື ເກີດຢູ່ແຂວງ ຫາຍເຢືອງ ທີ່ພວມດຳລົງຊີວິດ ແລະ ທຳມາຫາກິນຢູ່ສ. ເຊັກໂກ. ມາຮອດປະຈຸບັນ, ມີ 4 ສາຂາຂອງມາຄົມຢູ່ທ້ອງຖິ່ນຕ່າງໆດ້ວຍສະມາຊິກນັບຮ້ອຍໆຄົນ. ທ່ານ ຫງວຽນຢູຍຍຽນ, ປະທານສູນກາງສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ, ໃຫ້ຮູ້ວ່າ:

        “ສະມາຄົມຊາວແຂວງ ຫາຍເຢືອງ ຢູ່ ສ. ເຊັກໂກ ແມ່ນສະມາຄົມທີ່ເຂັ້ມແຂງ, ພໍ່ແມ່ປະຊາຊົນໄດ້ປະກອບສ່ວນຫຼາຍຢ່າງໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ, ພິເສດ ແມ່ນການຍົກສູງທີ່ຕັ້ງບົດບາດຂອງປະຊາຄົມໃນທຸກໆການເຄື່ອນໄຫວວັດທະນະທຳ, ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ. ລູກຫຼານຊາວ ຫາຍເຢືອງ ພ້ອມກັນເສີມຂະຫຍາຍມູນເຊື້ອຂອງຕົນ, ຍາມໃດກໍ່ແມ່ນນັກຮຽນເກັ່ງໃນບັນດາໂຮງຮຽນຂອງ ສ. ເຊັກໂກ. ພວກຂ້າພະເຈົ້າຫວັງວ່າ: ປະຊາຊົນຊາວ ຫາຍເຢືອງ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ສາມັກຄີ, ເຊື່ອມໂຍງຢ່າງເລິກເຊິ່ງກັບສັງຄົມ ສ. ເຊັກໂກ.”

ຕອບກັບ

ຂ່າວ/ບົດ​ອື່ນ