ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ

(VOVWORLD) -ວັນທີ 14 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ວັນທີ 27 ເມສາ ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 4 ລ້ານໂດສ, ໃນນັ້ນ ມີຫຼາຍກວ່າ 283.000 ຄົນ ໄດ້ຮັບການສັກວັກຊິນຄົບ 2 ເຂັມແລ້ວ.
ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ - ảnh 1(ພາບ: suckhoedoisong.vn)

 ໄລ່ຮອດວັນທີ 13 ກໍລະກົດ, ກະຊວງສາທາລະນະສຸກ ໄດ້ແບ່ງວັກຊິນກວ່າ 8,16 ລ້ານໂດສ ມາສັກໃນ 11 ບັ້ນ ໃຫ້ແກ່ບັນດາຫົວໜ່ວຍ, ທ້ອງຖິ່ນຕ່າງໆ. ຈຳນວນວັກຊິນທັງໝົດເຫຼົ່ານັ້ນ ໄດ້ຈັດແບ່ງຕາມຫຼັກການຍຸຕິທຳ, ໂປ່ງໃສ, ບຸລິມະສິດໃຫ້ແກ່ບັນດາແຂວງ, ນະຄອນທີ່ພວມເກີດການແຜ່ລະບາດ, ບັນດາແຂວງ, ນະຄອນທີ່ນອນໃນເຂດເສດຖະກິດຈຸດສຸມ, ມີຫຼາຍເຂດອຸດສາຫະກຳ, ເຂດມີຊຸມຊົນຫຼາຍ ແລະ ບັນດາແຂວງ, ນະຄອນຕິດກັບຊາຍແດນ, ມີການໄປມາຫາສູ່ເປັນຈຳນວນຫຼວງຫຼາຍ ແລະ ມີດ່ານຊາຍແດນສາກົນ.

        ເພື່ອຮັບປະກັນການປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດ, ກະຊວງສາທາລະນະສຸກ ໄດ້ເພີ່ມເຕີມບາງເປົ້າໝາຍບຸລິມະສິດໃຫ້ສອດຄ່ອງກັບສະພາບການຕົວຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ