ຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບປີໃໝ່ປະຈຳຊາດປີວອກ

ຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບປີໃໝ່ປະຈຳຊາດປີວອກ - ảnh 1
(ທ່ານ ຫງວຽນ​ຈ໋າກຕ່ວານ ອຸປະ​ທູດ ສະຖານທູດ
 ຫວຽດນາມ ປະຈຳ ກຳຖປູ​ເຈຍ)

(vovworld) - ​ເນື່ອງ​​ໃນ​ໂອກາດ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ຕອນ​ຄ່ຳ​ວັນ​ທີ 24/01, ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ໄດ້ຈັດ​ຕັ້ງ​ບຸນ​ເຕັດ​​ຕ້ອນຮັບ​ລະດູບານ​ໃໝ່, ທ່ານ ຫງວຽນ​ຈ໋າກຕ່ວານ ອຸປະ​ທູດຊົ່ວຄາວ ສະຖານທູດ ຫວຽດນາມ ປະຈຳ ກຳຖປູ​ເຈຍ ​ໄດ້​ແຈ້ງ​ໃຫ້ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ຊາບ​ວ່າ ກ່ຽວ​ກັບບັນດາ​ໝາກຜົນ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ທີ່​ບັນລຸ​ໄດ້​ໃນ​ປີຜ່ານມາ, ​ໃນ​ນັ້ນ ດ້ານ​ເສດຖະກິດ​ບັນລຸ​ລະດັບ​ເຕີບ​ໂຕ 6,68%. ທ່ານ ຫງວຽນ​ຈ໋າກຕ່ວານ ຢືນຢັນ​ອີກ​ຄັ້ງ​ໜຶ່ງ ທັດສະນະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ພໍ່​ແມ່​ປະຊາຊົນ​ຢູ່ ກຳປູ​ເຈຍ ຍາມ​ໃດ​ກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່ອາດ​​ຕັດ​ແຍກ​ອອກ​ຈາກ​​ຊາດ ຫວຽດນາມ ​ໄດ້.

        ​ແລະ​ກໍ່​ໃນ​ວັນ​ທີ 24/01, ຢູ່​ເຂດ​ປົກຄອງພິ​ເສດ ມາ​ເກົາ (ຈີນ), ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດສົມທົບ​ກັບ​ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​ເກົາ ​ແລະ ສະມາຄົມ​ມິດຕະພາບ​ໄທບ້ານ​ດຽວ​ກັນຫວຽດນາມ ປະຈຳ ມາ​ເກົາ ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຄະນະ​ສິລະ​ປະ​ຈາກ ຮ່າ​ໂນ້ຍ ​ໄປ​ຍັງ ມາ​ເກົາ (ຈີນ) ​ເພື່ອສະ​ແດງ​ສິລະ​ປະ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ທີ່ພວມ​ດຳ​ລົງ​ຊີວິດ, ຮ່ຳຮຽນ ​ແລະ ທຳ​ມາ​ຫາ​ກິນ​ຢູ່ ມາ​ເກົາ.

ຂ່າວ/ບົດ​ອື່ນ