ຊາວຫວຽດນາມອາໄສຢູ່ຕ່າງປະເທດຢ້ຽມຢາມ,ຊອກຮູ້ກ່ຽວກັບເຂດປອດໄພ ດິ້ງຮ໊ວາ, ທ໊າຍງວຽນ

(VOVWORLD) -ຕອນເຊົ້າວັນທີ 12 ກໍລະກົດ, ໂດຍສືບຕໍ່ລາຍການຄ້າຍພັກແລ້ງຫວຽດນາມ 2019, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຊາວຫວຽດນາມ ອາໄສຢູ່ຕ່າປະເທດໄດ້ໄປຖະຫວາຍທູບທຽນ ແລະ ຢ້ຽມຢາມເຂດປູຊະນີຍະສະຖານປອດໄພ ດິ້ງຮ໊ວາ, ທ໊າຍງວຽນ.
ຊາວຫວຽດນາມອາໄສຢູ່ຕ່າງປະເທດຢ້ຽມຢາມ,ຊອກຮູ້ກ່ຽວກັບເຂດປອດໄພ ດິ້ງຮ໊ວາ, ທ໊າຍງວຽນ - ảnh 1(ຊາວຫວຽດນາມອາໄສຢູ່ຕ່າງປະເທດຢ້ຽມຢາມ,ຊອກຮູ້ກ່ຽວກັບເຂດປອດໄພ ດິ້ງຮ໊ວາ)

ນີ້ແມ່ນຄັ້ງທຳອິດທີ່ຊາວໜຸ່ມ, ນັກສຶກສາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດນີ້. ເຂດປູຊະນີຍະສະຖານ ດິ້ງຮ໊ວາ, ທ໊າຍງວຽນ ໂດຍທ່ານປະທານໂຮ່ຈິມິນ ແລະ ບັນດາການນຳຂອງພັກ, ລັດ ໄດ້ເລືອກເອົາເປັນເຂດກໍ່ສ້າງຄວາມປອດໄພ, ແມ່ນສູນນຳພາການປະຕິວັດຕ້ານພວກລ່າເມືອງຂຶ້ນຝລັ່ງ ນັບແຕ່ປີ 1947 ຮອດປີ 1954. ພາຍຫຼັງການມາຢ້ຽມຢາມ, ເພື່ອນ ບຸ່ຍຮ່ວາງທັງ, ມາຈາກ ການາດາ, ແບ່ງປັນວ່າ.

        “ເຖິງວ່າດ້ວຍອາວຸດປະຖົມປະຖານກໍ່ຕາມ, ແຕ່ພວກເຮົາກໍ່ໄດ້ຕີເອົາຊະນະຕໍ່ສັດຕູຜູ້ທີ່ມີອາວຸດທັນສະໄໝກວ່າ, ນ້ອງມີຄວາມເຂົ້າໃຈວ່າ ປະຊາຊົນຫວຽດນາມ ຍາມໃດກໍ່ມີຈິດໃຈບໍ່ຍອມຈຳນົນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຂອງປະເທດຊາດ. ມື້ວານນີ້, ເມື່ອໄປຢ້ຽມຢາມຫໍພິພິທະພັນການທະຫານຫວຽດນາມ ນ້ອງໄດ້ຮັບຟັງກ່ຽວກັບໄຊຊະນະດ້ຽນບຽນຟູ໋ ແລະ ໄດ້ຮູ້ວ່າ ເຂດປອດໄພແມ່ນບ່ອນຈັດກອງປະຊຸມປຶກສາຫາລືເພື່ອເປີດບັ້ນຮົບດ້ຽນບຽນຟູ໋”.

ຕອບກັບ

ຂ່າວ/ບົດ​ອື່ນ