ຊາວຫວຽດນາມອາໄສຢູ່ລາວຂ່ຳນັບຊົມເຊີຍຜົນສຳເລັດ​ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ2ປະເທດ

ຊາວຫວຽດນາມອາໄສຢູ່ລາວຂ່ຳນັບຊົມເຊີຍຜົນສຳເລັດ​ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ2ປະເທດ - ảnh 1
(ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ​ຂ່ຳ​ນັບ​ຊົ​ມ​ເຊີຍ​ຜົນ​ສຳ​ເລັດ​
ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ2ປະ​ເທດ)


(vovworld) –​ ຕອນ​ຄ່ຳ​ວັນ​ທີ 19/02, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ໄດ້​ຈັດ​​ງານ​ໂຮມ​ຊຸມ​ນຸມມິດ​ຕິງ​ຢ່າງ​ສົມ​ກຽດ ແລະ ເປີດ​ງ້ານ​ລ້​ຽງ​ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ​່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ສຳ​ເລັດ​ຢ່າງ​ຈົບ​ງາ​ມ. ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລ​າວ, ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ຫງວຽນ​ຢຸຍ​ຈຸງ ໄດ້​ກ່າວ​ຄຳ​ເຫັນ ສະ​ແດງ​ຄວາມ​ເບີກ​ບ່ານ​ມ່ວນ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ຂ​ອງກອງ​ປະ​ຊຸມ​ຄັ້ງ​ທີ 10 ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ ຫງວຽນ​ຢຸຍ​ຈຸງ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ໃໝ່​ຂອງ 2 ພັກ, ປະ​ຊາ​ຊົນ 2 ປະ​ເທດ​ລາວ ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍງ​າມ, ໝັ້​ນ​ຄົງ​ເຂັ້​ມ​ແຂງ; ມີ​ຊີວ​ິດ​ອີ່ມ​ໜຳ​ສຳ​​ລານ ແລະ ມີ​ຄວາມ​​ຜາ​ສຸກ.

ຂ່າວ/ບົດ​ອື່ນ