ຊາວຫວຽດນາມອາໄສຢູ່ລາວຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) -ຕອນເຊົ້າວັນທີ 06 ເມສາ, ເປັນຄັ້ງທຳອີດ, ງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.
ຊາວຫວຽດນາມອາໄສຢູ່ລາວຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ảnh 1 (ຊາວຫວຽດນາມອາໄສຢູ່ລາວຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ)

ເຫດການໂດຍສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ຄະນະຮັບຜິດຊອບໂຄງການວັນບຸນໄຫວ້ບູຊາບັນພະບຸລຸດຂອງຊາດຫວຽດນາມ ໃນທົ່ວໂລກ, ສະມາຄົມວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ສົມທົບກັນຈັດຕັ້ງ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ, ພ້ອມກັບພໍ່ແມ່ປະຊາຊົນອາໄສຢູ່ນະຄອນຫຼວງວຽງຈັນ ແລະ ບາງທ້ອງຖິ່ນ, ຊາວຫວຽດນາມ ຢູ່ບາງປະເທດອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ. ທີ່ພິທີ, ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ໄດ້ຫວນຄືນປະຫວັດສາດອັນສະຫງ່າອົງອາດນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ; ຕອບບຸນແທນຄຸນບັນດາເຈົ້າຊີວິດຮຸ່ງ ທີມີຄຸນງາມຄວາມດີໃນການສ້າງສາປະເທດຊາດ. ພ້ອມທັງສະແດງໃຫ້ເຫັນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ. ນາງ ຫງວຽນທິເຕິ໊ມນຳ, ຊາວຫວຽດນາມ ອາໄສຢູ່ລາວ, ເຂົ້າຮ່ວມພິທີໃຫ້ຮູ້ວ່າ.

        “ບັນດາຊາວຫວຽດນາມ ທີ່ຫ່າງໄກຈາກບ້ານເກີດເມືອງນອນແມ່ນຢາກຊອກຮູ້ກ່ຽວກັບວັດທະນະທຳ, ກົກເຄົ້າເຫງົ້າກໍ. ເລື່ອງຈັດຕັ້ງບັນດາວັນບຸນຄືແນວນີ້ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນພະບຸລຸດ, ກົກເຄົ້າເຫງົ້າກໍກວ່າ, ເພີ່ມຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ຄວາມສະໜິດຕິດພັນລະຫວ່າງຊາວຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ”.

        ພາຍຫຼັງຈັດຕັ້ງຢູ່ນະຄອນຫຼວງວຽງຈັນ ແລ້ວ, ງານບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຈະໄດ້ຮັບການຈັດຕັ້ງຢູ່ແຂວງ ອຸດອນ, ປະເທດໄທ ໃນລະຫວ່າງວັນທີ 07 – 08 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ