ຊາວຫວຽດນາມອາໄສຢູ່ໄທຕ້ອນຮັບບຸນປີໃໝ່ປະຈຳຊາດ

ຊາວຫວຽດນາມອາໄສຢູ່ໄທຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1
ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ໄທ ຫງວຽນ​ເຕີດ​ແທ່ງ
(ພາບ: nhandan)


(vovworld) –​ ຕອນ​ຄ່ຳ​ວັນ​ທີ 26/01, ພໍ​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ​ຫຼວງ​ບາງກອກ ​ແລະ ບັນ​ດາ​ແຂ​ວງ​ໄກ້​ຄຽງກວ່າ 500 ຄົນ ໄດ້​ມີ​ການ​ພົບ​ປະ​ສັງ​ສັນ, ຕ້ອນ​ຮັບ​ບຸນ​​ປີ​ໃໝ່​ປະ​ຈຳ​ຊາດ (ບຸນເຕັດ) ປີ​ວອກ. ພິ​ທີ​ຖືກ​ດຳ​ເນີນ​ໃນ​ບັນ​ຍາ​ກາດ​ທີ່ເຂັ້ມ​​ຂົ້ນ​ໄປ​ດ້ວຍ​ສີ​ສັ​ນ​ຊາດ, ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ໃນ​ໂອ​ກາດ​ບຸນ​ເຕັດ​ຄື: ເຂົ້າ​ຕົ້ມ, ຢ​ໍ່ ແລະ ບັນ​ດາ​ບົດ​ເພງ​ຍ້ອງ​ຍໍ​ປະ​ເທດ​ຊາດ ​ໂດຍ​ບັນ​ດາ​ນັກ​ຮ້ອງ​ທີ່​ມາ​ຈາກ​ຫວຽດ​ນາ​ມ ​ສະ​ແດງ​. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ໄທ ຫງວຽນ​ເຕີດ​ແທ່ງ, ເນັ້ນ​ໜັກ​ວ່າ, ປີ 2016 ແມ່ນ​ປີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ - ໄທ, ສະ​ນັ້ນ​ປາດ​ຖະ​ໜາ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຈະສົມ​ທ​ົບ​ກັບ​ສະ​ຖານ​ທູດ​ຢ່າງ​ແໜ້ນ​ແ​ຟ້ນ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການນີ້. ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຕີດ​ແທ່ງ ກໍ​ສະ​ເໜີ​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ໄທ ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ຄົນ​ງານ​ຫວຽດ​ນາມ ເຮັດ​ວຽກ​ຢູ່​ໄທ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

      “ໜູນ​ຊ່ວຍ​ໃຫ້​ພົນ​ລະ​ເມືອງ ແລະ ຄົນ​ງານ​ຫວຽດ​ນາມ ຢູ່​ໄທ ຢ່າງ​ສຸດ​ຂີດ ແມ່ນ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ສະ​ຖານ​ທູ​ດ, ແຕ່​ພວກ​ຂ້າ​ພ​ະ​ເຈົ້າ​​ກໍໄດ້​​ຄອຍ​ຖ້າ​​ການ​ແບ່ງ​ປັນ, ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ. ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ເປັນ​ທາງ​ການ​ລະ​ຫວ່າງ 2 ປະ​ເທດຈະໄ​ດ້​ຮັບ​ການ​ເປີດກວ້າງ, ມີ​ຫຼາຍ​ຄົນ​ງານ​ຈະ​ມາ​ເຮັດ​ວຽກ​ຢູ່​ໄທ​ ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ລັດ​ຖະ​ບານ 2 ປະ​ເທດ, ​ທ້ວງວ່າ ພໍ່​ແມ່​ປະ​ຊາ​ຊົນ​ຈະ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດໃຈ​ເພື່ອ​ໃຫ້​ແຜນ​ນະ​ໂຍ​ບາຍນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ