ຊາວຫວຽດນາມອາໄສຢູ່ໄທຜູ້ດີເດັ່ນກັບມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຊາວຫວຽດນາມອາໄສຢູ່ໄທຜູ້ດີເດັ່ນກັບມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ​ຈາກ VOV)

(vovworld) – ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ກ່ຽວ​ກັບ ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ໄດ້​ສົມ​ທົບ​ກັບ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ໄທ ຈັດ​ຕັ້ງຄະ​ນະ​ຜູ້​ແທນ​ບັນ​ດາ​​ເຈົ້າ​ອະ​ທິ​ການບັນ​ດາ​ວັດ ຫວຽດ​ນາມ ແລະ ຜູ້​ຕາງ​ໜ້າ​ຊາວ ຫວຽດ​ນາມ ຢູ່​ໄທ​ຜູ້​ດີ​ເດັ່ນ ມາ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 25 - 30/3/2017. ວັນ​ທີ 26/3, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໄດ້​ວາງ​ໄປພວງ​ມາ​ລາ ແລະ ເຂົ້າ​ໄວ້​ອາ​ໄລສຸ​ສານ​ປະ​ທານ​ໂຮ່​ຈີ​ມິນ; ຢ້ຽມ​ຢາມ​ວັດ​ເສົາ​ດຽວ, ວັດ ຟາບ​ເວີນ, ວັດ ເຈີ໋ນກວກ…

        ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ປະ​ເທດ​ໃຫ້​ບັນ​ດາ​ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ. ຄາດ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ຈະ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການນ​ຳ​ພັກ, ລັດ; ເຮັດ​ວຽກ​ກັບ​ບາງ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ; ຢ້ຽມ​ຢາມ​ວັດ​ບາງ​ແຫ່ງ​ຢູ່​ບັນ​ດາ​ແຂວງ: ບັກ​ນີງ, ຫວີງ​ຟຸກ ແລະ ຟູ໋​ເທາະ.


ຂ່າວ/ບົດ​ອື່ນ