ຊາວຫວຽດນາມແລະໂລກເບີກບານມ່ວນຊື່ນຕ້ອນຮັບວັນບຸນຄຼິດສະມາດ

 ຊາວຫວຽດນາມແລະໂລກເບີກບານມ່ວນຊື່ນຕ້ອນຮັບວັນບຸນຄຼິດສະມາດ - ảnh 1
ບັນ​ຍາ​ກາດ​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດຢູ່​ຮ່າ​ໂນ້ຍ
ພາບ:vietnamnet.vn

(vovworld)-​ ​ ​ຕອນ​ຄ່ຳ​ວັນ​ທີ 24/12, ຊາວ​ຄຼິດກວ່າ 230.000 ຄົ​ນ ຂຶ້ນ​ກັບເຂດ​ຊາວ​ຄິຼດ 85 ແຫ່ງ ຢູ່ ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ຢູ່​ບັນ​ດາ​ໂບດ, ຫໍ​ແຈກ​ຂອງ​ປະ​ຊາ​ຊົນ​ຊາວ​ຄຼິດ ແລະ ບັນ​ດາ​ຖະ​ຫນົນ​ໃຈ​ກາງ​ນະ​ຄອນ ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາດ້ວຍ​ໂຄມ​ໄຟ, ດອກ​ໄມ້, ໃບ​ໄມ້​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ …ຢ່າງ​ສວຍ​ງາມ. ນາງ ຫງວຽນ​ທິ​ທູ​ຮ່​ວຽນ, ຊາວ ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຢູ່​ຮ້ານ ກາ​ເຟ​ຕະ​ລອດ​ຮອດ​ຮ້ານ​ອາ​ຫານ, ຮ້ານ​ຄ້າ, ຖະ​ຫນົນ​ສາຍ​ຕ່າງໆ ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ສວຍ​ງາມ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັນ​ບຸນ ຄຼິດ​ສະ​ມາດ.”

        ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ຕອນ​ຄ່ຳ​ວັນ​ດຽວ​ກັນ, ຊາວ​ນະ​ຄອນ ໂຮ່​ຈິ​ມີນ ກໍ​ໄດ້​ຕ້ອ​ນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດຢ່າງ​ເບີກບານ​ມ່ວນ​ຊື່ນ. ບໍ່​ພຽງ​ແຕ່​ຢູ່​ໃຈ​ກາງ​ນະ​ຄອນ ຫາກ​​ບັນ​ຍາ​ກາດ​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດ​ຢູ່ບັນ​ດາ​ເມືອງ​ຄື ຖູ​ດືກ, ເມືອງ ເຕີນ​ຟູ, ກໍ​ເວີບ, ເມືອງ 8 ຊື່ງ​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ມີ​ຊາວ​ຄຼິດ ດຳລົງ​ຊີ​ວິດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ. ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ, ນາງ Julia Backer, ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ເວົ້າ​ວ່າ​:

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ. ວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ທີ່ນີ້​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ. ຊາວ​ນະ​ຄອນ ກໍ​ຄື​ຖະ​ຫນົນ​ຫົນ​ທາງ​ຢູ່​ນະ​ຄອນ ໂຮ່​ຈີ​ມີນ ແມ່ນ​ຟົດ​ຟື້ນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຢາກ​ຍ່າງ​ເລາະ​ຫລິ້ນ​ຢູ່​ຖະ​ຫນົນ​ສາຍ​ຕ່າງໆ ແລະ ເຊື່ອມ​ຕົວ​ກັບ​ທຸກ​ຄົນ. ຂໍ​ອວຍ​ພອນ​ໃຫ້​ທຸກ​ຄົນ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ຄວາມ​ຜາ​ສຸກ​ຕະ​ຫລອດ​ການ.”

        ແລະ ກໍ​ໃນ​ຕອນ​ຄ່່ຳ​ວັນ​ດຽວ​ກັນ, ຊາວ​ຄຼິດ ຢູ່ ບັນ​ດາ​ແຂວງ ຄື ນີງ​ບີງ, ກອນ​ຕູມ, ດົງ​ນາຍ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ສະ​ມາດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫວຽດ​ນາມ,  ບັນ​ຍາ​ກາດ​ຕ້ອນ​ຮັບ​ວັນ​ບຸ​ນ​ຄຼິດ​ສະ​ມາດ​ຢູ່​ຫລາຍ​ປະ​ເທດກໍ​ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ. ໃນ​ສານ​ອວຍ​ພອນ​ວັນ​ບຸນ​ຄຼິ​ສະ​ມາດ ສົ່ງ​ເຖິງ​ປະ​ຊາ​ຄົມ​ຊາວ​ຄິດ​ສ່ວນ​ຫນ້ອຍ​ຢູ່ ຕາ​ເວັນ​ອອກ​ກາງ, ສັນ​ຕະ​ປາ​ປາ Francis ໄດ້​ຮຽກ​ຮ້ອງ​ເຂົາ​ເຈົ້າ ຈົ່ງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ບໍ່​ຢ້ານ​ກົວ​ຕໍ່​ການ​ກະ​ທຳ​ຂອງ​ອົງ​ການກໍ່​ການ​ຮ້າຍ. ສັນ​ຕະ​ປ​າ​ປາ ປາດ​ຖະ​ຫນາ​ຢາກ​ໃຫ້​ເຂົາ​ເຈົ້າ​ຊຸກ​ຍູ້​ສັນ​ຕິ​ພາບ​ໃນ​ພາກ​ພື້ນ.  ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmud Abbas ໄດ້​ສົ່ງ​ສານ​ພິ​ເສດ​ເຖິງ​ທົ່ວ​ໂລກ, ໃນ​ນັ້ນ  ຮຽ​ກ​ຮ້ອງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ ປາ​ແລດ​ສະ​ຕີນ ຕໍ່​ຫນ້າ​ການ​ຢືດ​ຄອງ​​ຂອງ​ອິດ​ສະ​ຣາ​ແອນທີ່​ແກ່​ຍາວ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ