ຕາລີບານ ບຸກໂຈມຕີສະໜາມບິນຢູ່ນະຄອນ Kandehar
(ພາບ: Reuters)
(vovworld) - ຢ່າງໜ້ອຍສຸດທີ 37 ຄົນເສຍຊີວິດ ແລະ 35 ຄົນຮັບບາດເຈັບໃນເຫດພວກທະຫານກະບົດ ຕາລີບານ ບຸກໂຈມຕີສະໜາມບິນຢູ່ນະຄອນ Kandehar ແຕ່ວັນທີ 08/12. ໃນການບຸກໂຈມຕີຄັ້ງນີ້, ມີ 9 ໃນຈຳນວນ 11 ມືປືນຕາລີບານ ຖືກດັບສູນ. ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 08/12, ມີມືປືນທີ່ປະກອບດ້ວຍເສື້ອຕິດລະເບີດ, ປືນຍິງລູກຈະຫຼວດ ແລະ ອາວຸດປະເພດອື່ນໆອີກ ຢ່າງໜ້ອຍສຸດ 6 ຄົນ ໄດ້ຢຶດຄອງໂຮງຮຽນແຫ່ງໜຶ່ງຢູ່ໃກ້ກັບສະໜາມບິນສາກົນ Kandehar. ບັນດາມືປືນນີ້ໄດ້ຍິງລູກຈະຫຼວດ ໃສ່ສະໜາມບິນ ແລະ ປະທະກັນກັບກຳລັງປ້ອງກັນຄວາມສະຫງົບຢູ່ເຂດດັ່ງກ່າວ.
ໃນຖະແຫຼງການທາງເຄືອຂ່າຍອີນເຕີແນັດ Twitter, ໂຄສົກຂອງຕາລີບານ ຍອມຮັບວ່າ ການບຸກໂຈມຕີແມ່ນພາກສ່ວນໜຶ່ງໃນບັ້ນຮົບຂອງກຸ່ມນີ້ ທີ່ມີຊື່ວ່າ ບັ້ນຮົບປະຕິວັດ, ພ້ອມທັງໃຫ້ຮູ້ວ່າ, ມີສາມັນຊົນ ແລະ ພົນທະຫານອາບການິດສະຖານ 150 ຄົນຖືກເສຍຊີວິດໃນການບຸກໂຈມຕີຄັ້ງນີ້.