ຊາວເຜົ່າຈຳໄຂງານບຸນKate

ຊາວເຜົ່າຈຳໄຂງານບຸນKate - ảnh 1
ງານ​ບຸນ Kate
(ພາບ: thanhnien.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/10, ງານ​ບຸນ Kate ຂອງ​ຊາວ​ເຜົ່າ​ຈຳ ຖື​ສາ​ສະ​ໜາ Balamon ໄດ້​ຈັດ​ຕັ້ງ​ຢູ່​ທາດ Poklong girai, ນະ​ຄອນ ຟານ​ຣາງ, ທາບ​ຈາມ, ແຂວງ ນິງ​ທ້ວນ. ເປີດ​ສາກ​ງານ​ບຸນ​ແມ່ນ​ພິ​ທີ​ແຫ່​ເຄື່ອງ​ນຸ່ງ Po Klong Girai ຂຶ້​ນ​ທາດ​. ຈາກ​ນັ້ນ​ແມ່ນ​ບັນ​ດາ​ພິ​ທີ​ກຳ​ຄື: ເປີດ​ປະ​ຕູ​ທາດ, ​ແຫ່​ອາ​ພອນ, ພິ​ທີ​ນຸ່ງ​ເຄື່ອງ. ທ່ານ ດາດ​ແຢງ​ຮ້ຽວ ຢູ່​ຕາ​ແສງ ເຟືອກ​ຮື້ວ, ເມືອງ ນິງ​ເຟືອກ, ແຂ​ວງ ນີງ​ທ້ວນ, ໃຫ້​ຮູ້​ວ່າ:

        “ແຕ່​ລະ​ປີ, ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຂຶ້ນ​ທາດ​ເຂົ້າ​ຮ່ວມ​ງານ​ບຸນ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢ່າ​ງ​ເບີກ​ບານ​ມ່ວນ​ຊື່ນ, ພ້ອມ​ກັນ​ແຫ່​ອາ​ພອນ. ຈາກວິ​ຫານ​ຂຶ້ນ​ທາດ. ນອກ​ຈາກ​ພິ​ທີ​ແຫ່ອາ​ພອນແລ້ວ, ຂ້າ​ພະ​ເຈົ້າ​​ຍັງໄດ້​ຮັບ​ຊົມ​ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ຈຳ ຄື​ຟ້ອນ Siva”

        ກໍ່​ໃນ​ວັນ​ດຽວ​ກັນ, ຊາວ​ເຜົ່າ​ຈຳ ຢູ່​ແຂວງ ບິ່ງ​ທ້ວນ​ ພ້ອມ​ກັບ​ແຂກ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ​ທ້ອງ​ຖີ່ນ​ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ເຂດ​ປູ​​ຊະ​ນິ​ຍະ​ສະ​ຖານ Po Sah Inu, ເຂົ້າ​ຮ່ວມ​ພິ​ທີ​ແຫ່​ອາ​ພອນ​ໃຫ້​ເທວະ​ດາ Po Sah Inu. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພິ​ທີ​ກຳ​ສຳ​ຄັນ​ຂອງ​ງານ​ບຸນ Kate 2014.



ຂ່າວ/ບົດ​ອື່ນ