ຊາວໜຸ່ມນະຄອນຫລວງກັບປະຊາຄົມອາຊຽນແລະTPP

ຊາວໜຸ່ມນະຄອນຫລວງກັບປະຊາຄົມອາຊຽນແລະTPP - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ​ຊາວ​ໜຸ່ມ​ນະຄອນຫລວງ​ກັບ​ປະຊາ​ຄົມ
ອາ​ຊຽນ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ ປາຊີ​ຟິກ (TPP)
(ພາບ: doanthanhnien.vn)

(vovworld) – ວັນ​ທີ 10/12, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຊາວ​ໜຸ່ມ​ນະຄອນຫລວງ​ກັບ​ປະຊາ​ຄົມ ອາ​ຊຽນ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ ປາຊີ​ຟິກ (TPP). ​ມີ​ຄູ​ອາຈານ​ໜຸ່ມ, ພະນັກງານຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ, ນັກ​ສຶກສາ​ດີ​ເດັ່ນ​ນະຄອນຫລວງ ນັບ​ຮ້ອຍຄົນ ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ​ເສດຖະກິດ​ສາກົນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ ​ແລະ TPP ກ່ວາ​ອີກ. ທີ່​ກອງ​ປະ​ຊຸ​ມສຳ​ມະ​ນາ, ຫລາຍ​ຄຳ​ເຫັນ​ປຶກສາ​ຫາລື​ຂອງ​ບັນດາ​ຜູ້​ແທນ​ໄດ້​ສຸ​ມໃສ່​​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຊາວ​ໜຸ່ມ ຫວຽດນາມ ​ເວົ້າ​ລວມ, ຊາວ​ໜຸ່ມ​ນະຄອນຫລວງ​ເວົ້າ​ສະ​ເພາະ ​ໃນ​ການ​ຊຸກຍູ້ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ; ບັນດາ​ບັນ​ຫາ​ທີ່​ວາງ​ອອກ​ສຳລັບ ຫວຽດນາມ ​ໃນວິວັດ​ການ​ເຊື່ອມ​ໂຍງ, ​ເຂົ້າ​ຮ່ວມ​ປະຊາ​ຄົມ ອາ​ຊຽນ ​ໃນ​ທ້າຍ​ປີ 2015; ​ແລກປ່ຽນ, ​ໄຈ​ແຍ້​ກບັນດາ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ຂອງ ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ TPP.

 

ຂ່າວ/ບົດ​ອື່ນ