ຊາວໜຸ່ມອາສາສະໝັກເກືອບ 400 ຄົນໄດ້ປະຕິບັດ ສຳເລັດໜ້າທີ່ຂອງຕົນຢູ່ IPU 132

ຊາວໜຸ່ມອາສາສະໝັກເກືອບ 400 ຄົນໄດ້ປະຕິບັດ ສຳເລັດໜ້າທີ່ຂອງຕົນຢູ່ IPU 132 - ảnh 1
(ພາບປະກອບ: doanthanhnien.vn)

​(vovworld) – ວັນ​ທີ 12/04, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສູນ​ອາສາ​ສະໝັກ​ແຫ່ງ​ຊາດ ​ໄດ້​ຈັດ​ພິທີ​ສະຫຼຸບ​ວຽກ​ງານ​ຊາວ​ໜຸ່ມອາສາ​ສະໝັກ​ເຂົ້າ​ຮ່ວມ​ຮັບ​ໃຊ້ ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ (IPU 132). ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ IPU 132, ​ແຕ່​ເດືອນ 01/2015, ສູນ​ກາງ​ຊາວ​ໜຸ່ມ​ໄດ້​ມອບ​ໃຫ້​ສູນ​ອາສາ​ສະໝັກ​ແຫ່ງ​ຊາດ ຈັດ​ຕັ້ງ​ການ​ຄັດ​ເລືອກ, ບຳລຸງ​ສ້າງ ​ແລະ ປະສານ​ງານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ອາສາ​ສະໝັກ​ທີ່​ຮັບ​ໃຊ້ IPU 132. ວຽກ​ງານ​ຝຶກ​ອົບຮົມ​ໃຫ້​ຊາວ​ໜຸ່ມ​ອາສາ​ສະໝັກ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ລະອຽດ​ລະ​ອໍ ຜ່ານ 4 ຄັ້ງ ​ແລະ ​ແບ່ງ​ເປັນ​ຫຼາຍ​ເນື້ອ​ໃນ​ທີ່​ແຕກ​ຕ່າງ​ກັນ. ຜ່ານ​ນັ້ນ​​ໄດ້​ຊ່ວຍ​ໃຫ້​ຊາວ​ໜຸ່ມ​ອາສາ​ສະໝັກ ມີ​ຄວາມ​ຮູ້​ລວມກ່ຽວ​ກັບ IPU 132, ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ​ແລະ ການຕ້ອນຮັບ. ຮັບ​ຮູ້​ບັນດາ​ໝູ່​ຄະນະ ​ແລະ ບັນດາ​ຊາວ​ໜຸ່ມ​ອາສາ​ສະໝັກ​ທີ່​ບັນລຸ​ໄດ້​ຜົນງານ​ທີ່​ພົ້ນ​ເດັ່ນ, ຄະນະ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ໃຫ້ 7 ໝູ່​ຄະນະ ​ແລະ ຊາວ​ໜຸ່ມ​ອາສາ​ສະໝັກ 10 ຄົນ; ສູນ​ກາງ​ສະຫະ​ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ສະມາຄົມ ​ໃຫ້​ພະນັກງານ ​ແລະ ນັກ​ສຶກສາ​ອາສາ​ສະໝັກ​ດີ​ເດັ່ນ 14 ຄົນ ທີ່ມີ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ໃນ​ການ​ເຂົ້າ​ຮ່ວມ​ຮັບ​ໃຊ້ IPU 132.

ຂ່າວ/ບົດ​ອື່ນ