ຊູແອດ ປະກາດໝາກຜົນການເຮັດວຽກກັບ ສປປ ເກົາຫຼີ

(VOVWORLD) - ທ່ານນາງລັດຖະມົນຕີ Wallstrom ເນັ້ນໜັກວ່າ: ບັນດາການເຈລະຈາລະຫວ່າງ ທ່ານນາງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ “ໄດ້ສຸມໃສ່ເຂົ້າສະພາບການຄວາມໝັ້ນຄົງໃນແຫຼມ ເກົາຫຼີ ເປັນຕົ້ນ”

ທ່ານນາງ Margot Wallstrom, ລັດຖະມົນຕີການຕ່າງປະເທດ ຊູແອດ ໄດ້ປະກາດກັບຄູ່ຕຳແໜ່ງ ສ ເກົາຫຼີ Kang Kyung – wha ກ່ຽວກັບໝາກຜົນຂອງການເຈລະຈາໄລຍະມໍ່ໆມານີ້ ກັບທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Yong – ho ຢູ່ນະຄອນຫຼວງ Stockholm (ປະເທດ ຊູແອດ). ແຈ້ງການເມື່ອວັນທີ 19 ມີນາ ຂອງກະຊວງການຕ່າງປະເທດ ສ. ເກົາຫຼີ ໃຫ້ຮູ້ວ່າ: ທ່ານນາງລັດຖະມົນຕີ Wallstrom ເນັ້ນໜັກວ່າ: ບັນດາການເຈລະຈາລະຫວ່າງ ທ່ານນາງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ “ໄດ້ສຸມໃສ່ເຂົ້າສະພາບການຄວາມໝັ້ນຄົງໃນແຫຼມ ເກົາຫຼີ ເປັນຕົ້ນ”. ນັກການທູດຂອງ ສ ເກົາຫຼີ ແລະ ຊູແອດ ໃຫ້ຮູ້ວ່າ: ສະພາບການພວມມີການປ່ຽນແປງຢ່າງວ່ອງໄວ ໃນໄລຍະມໍ່ໆມານີ້ໃນແຫຼມ ເກົາຫຼີ, ໃນນັ້ນ ມີທັງຄຳຕັດສິນກ່ຽວກັບການຈັດຕັ້ງບັນດາການພົບປະຂັ້ນສຸດຍອດລະຫວ່າງ 2 ພາກເກົາຫຼີ ແລະ ສປປ ເກົາຫຼີ ກັບ ອາເມລິກາ, ຈະແມ່ນບາດລ້ຽວມີລັກສະນະບານພັບໃນການແກ້ໄຂບັນຫານິວເຄຼຍ ສປປ ເກົາຫຼີ ໃຫ້ເຖິງຖອງ ແລະ ນຳມາເຊິ່ງພື້ນຖານສັນຕິພາບຍາວນານ. 2 ຝ່າຍເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ