ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ກາ​ນ​ປ້ອງ​ກັນ, ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ​​ຂອງ ອົງ​ການ​ປະ​ສານ​ງານ​ແຫ່ງ​ຊາດ

(VOVWORLD) - ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ອົງການປະສານງານແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະສານງານແຫ່ງຊາດ.
ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ກາ​ນ​ປ້ອງ​ກັນ, ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ​​ຂອງ ອົງ​ການ​ປະ​ສານ​ງານ​ແຫ່ງ​ຊາດ - ảnh 1ທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະສານງານແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ ເຖິງວ່າ ວຽກງານປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານນຳວິຖີ ແມ່ນຂົງເຂດໃໝ່, ເຊິ່ງເປັນຄັ້ງທຳອິດທີ່ຜັນຂະຫຍາຍປະຕິບັດກໍຕາມ, ແຕ່ບັນດາອົງການທີ່ກ່ຽວຂ້ອງໃນກະຊວງປ້ອງກັນປະເທດໄດ້ສົມທົບ, ຈັດຕັ້ງຜັນຂະຫຍາຍໄດ້ດີພໍສົມຄວນ. ໃນໄລຍະຈະມາເຖິງ, ທ່ານພົນໂທ ຫວໍມິງເລືອງ ມອບໝາຍໃຫ້ອົງການປະສານງານແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແນະນຳບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ອົງການປະສານງານບັນດາແຂວງ, ນະຄອນຕ່າງໆຂຶ້ນກັບສູນກາງ ສ້າງ ແລະ ຜັນຂະຫຍາຍປະຕິບັດໜ້າທີ່ທີ່ໄດ້ກຳນົດໃນດຳລັດຂອງ ລັດຖະບານ ວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ; ມຸ່ງໄປເຖິງການສ້າງຕັ້ງອົງການແຫ່ງຊາດປະກອບດ້ວຍຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ; ແກ້ໄຂຂໍ້ຄົງຄ້າງດ້ານນິຕິກຳ, ກົນໄກສົມທົບ, ສ້າງແຜນການສະເໜີສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານນຳວິຖີ; ຊຸກຍູ້ການເຄື່ອນໄຫວຮ່ວມມືສາກົນ ແນໃສ່ສ້າງລະບົບກົດໝາຍແຫ່ງຊາດໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາອົງການ, ກົມກອງທີ່ເຂົ້າຮ່ວມການເຄື່ອນໄຫວປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ…


ຕອບກັບ

ຂ່າວ/ບົດ​ອື່ນ