ຍົກສູງຄຸນນະພາບ,ປະສິດທິຜົນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ

ຍົກສູງຄຸນນະພາບ,ປະສິດທິຜົນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂດ໋​ບ໋າ​ຕິ


(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ​ຄະ​ນະ​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ (​ທີ່​ຂຶ້ນ​ກັບຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ) ໄດ້​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໂດ໋​ບ໋າ​ຕິ ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສ​ູງ​ວຽກ​ທຸກ​ດ້ານຂອງ​ຄະ​ນະ​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ທີ່ປະ​ຕິ​ບັດ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ. ບັນ​ດາ​ໝາກ​ຜົນ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ. ທ່າ​ນ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດໂດ໋​ບ໋າ​ຕິ ໄດ້​ຊີ້​ແຈ້ງວ່າ ວຽກ​ງານ​​​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳຂອງ​ປະ​ຊາ​ຊົນ​ຕ້ອງ​ສືບ​ຕໍ່​ໄກ້​ຊິດ​ຕິດ​​ແທ​ດ, ຫ​ັນ​ເປັນ​ລະ​ອຽດ​ເນື້ອ​ໃນ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປັບ​ປຸງ, ປ່ຽນ​ໃໝ່​ເພື່ອ​ຍົກ​ສູງ​ຄ​ຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ແຜນ​ຮ່າງ, ມະ​ຕິ​ຂອງ​​ອົງຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານ​​​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ. ​ຄະ​ນະ​ແກ້​ໄຂ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳຂອງ​ປະ​ຊາ​ຊົນ​ຕ້ອງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​​ການ​ແກ້​ໄຂ​ຄຳຮ້ອງຟ​້ອງ, ຮ້ອງ​ທຸກລະ​ອຽດ ແລະ ຕິດ​ຕາມ​ວຽກ​ງານ​ແກ້​ໄຂ​ຂໍ​້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ຕອບກັບ

ຂ່າວ/ບົດ​ອື່ນ