ຍົກສູງບົດບາດຂອງຜູ້ນຳໃນການແກ້ໄຂຄຳຮ້ອງທຸກຟ້ອງຮ້ອງ

(VOVWORLD) - ວັນທີ 28/7, ທ່ານ ໂດບ໋າຕິ, ຮອງປະທານສະພາແຫ່ງຊາດ, ໄດ້ນຳໜ້າຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ ລົງເຮັດວຽກກັບການນຳແຂວງ ດົ່ງນາຍ

ຍົກສູງບົດບາດຂອງຜູ້ນຳໃນການແກ້ໄຂຄຳຮ້ອງທຸກຟ້ອງຮ້ອງ - ảnh 1 ທ່ານ ໂດບ໋າຕິ, ຮອງປະທານສະພາແຫ່ງຊາດ, ເຮັດວຽກກັບການນຳແຂວງ ດົ່ງນາຍ

(ພາບ: TTXVN)

 ກ່ຽວກັບຜົນແຫ່ງການຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກ, ຟ້ອງຮ້ອງ ແລະ ຕອບຄຳເຫັນຕໍ່ຜູ້ມີສິດເລືອກຕັ້ງ. ນະທີ່ນີ້, ທ່ານ ໂດບ໋າຕິ, ຮອງປະທານສະພາແຫ່ງຊາດ, ຖືວ່າ ດົ່ງນາຍ ແມ່ນເຂດທີ່ມີຄວາມສຳຄັນ, ນອນໃນທາງເຂົ້າເຂດຕາເວັນອອກພາກໃຕ້, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ. ດັ່ງນັ້ນເລື່ອງແກ້ໄຂຄຳຮ້ອງທຸກ, ຟ້ອງຮ້ອງ ແລະ ການປະຕິບັດວຽກງານຕ້ອນຮັບປະຊາຊົນເປັນຢ່າງດີ ຈະປະກອບສ່ວນຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖີ່ນ. ທ່ານ ໂດບ໋າຕິ, ຮອງປະທານສະພາແຫ່ງຊາດ, ສະເໜີການນຳແຂວງ ດົ່ງນາຍ ສືບຕໍ່ມານະພະຍາຍາມກວ່າອີກໃນວຽກງານຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກ, ຟ້ອງຮ້ອງຂອງປະຊາຊົນ; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໃນການ ແກ້ໄຂຄຳຮ້ອງທຸກ, ຟ້ອງຮ້ອງ ແລະ ການຕ້ອນຮັບປະຊາຊົນ .

ຕອບກັບ

ຂ່າວ/ບົດ​ອື່ນ