ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່

(VOVWORLD) -ວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະຈຳຄະນະປະທານຄັ້ງທີ IV, ອາຍຸການ 2019 – 2024. 
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່ - ảnh 1ທ່ານ ຟານແອງເຊີນ ຮອງປະທານ - ເລຂາທິການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ(ພາບ: TTXVN)

ຢູ່ກອງປະຊຸມ, ທ່ານ ຟານແອງເຊີນ ຮອງປະທານ - ເລຂາທິການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນໜັກວ່າ: ໃນການປະຕິບັດງານໃນໄລຍະ 6 ເດືອນທ້າຍປີ 2022, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຈະຜັນຂະຫຍາຍບັນດາການເຄື່ອນໄຫວທາງການຕ່າງປະເທດ ຕາມແຜນການ, ສຸມໃສ່ຈັດກອງປະຊຸມຂອງສະພາສັນຕິພາບໂລກ ຄັ້ງທີ 22. ພ້ອມທັງ, ສືບຕໍ່ເຂົ້າຮ່ວມ ແລະ ຈັດບັນດາເຫດການສອງຝ່າຍ ແລະ ຫຼາຍຝ່າຍ, ຈັດການສະຫຼຸບເບື້ອງຕົ້ນໂຄງການແຫ່ງຊາດກ່ຽວກັບການເພີ່ມທະວີການພົວພັນ ແລະ ລະດົມການອຸປະຖຳກັບບັນດາຄູ່ຮ່ວມມື, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຕ່າງປະເທດໄລຍະ 2019 – 2025, ບາງການເຄື່ອນໄຫວທີ່ກ່ຽວຂ້ອງ ເຖິງການກໍ່ສ້າງ ແລະ ພັດທະນາລະບົບປະຕິບັດວຽກງານການສື່ສານ ແລະ ໂຄສະນາການຕ່າງປະເທດ, ວຽກງານພັດທະນາບັນດາອົງການຈັດຕັ້ງສະມາຊິກ.

ຢູ່ກອງປະຊຸມ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຄວນສືບຕໍ່ປັບປຸງການພົວພັນກັບບັນດາຄູ່ຮ່ວມມື, ມີຄວາມສະໜິດຕິພັນກັບການພົວພັນຕ່າງປະເທດພັກ, ການທູດລັດ ໃຫ້ຫຼາຍກ່ວາອີກ, ເຊື່ອມຕໍ່ກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຢູ່ແຂວງຕ່າງໆເພື່ອມີສຽງເວົ້າລວມທີ່ກ່ຽວຂ້ອງເຖິງບັນຫາທົ່ວໂລກ, ສຸມໃສ່ວຽກງານຈັດຕັ້ງກົງຈັກ, ພິເສດໃຫ້ຄວາມສົນໃຈຜູ້ນຳໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ