ຍົກສູງປະສິດທິຜົນຂອງວຽກງານ ການຕ່າງປະເທດໃນປີ 2019

(VOVWORLD) -ໃນຕອນບ່າຍວັນທີ 11 ມີນາ, ທີ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລະຫວ່າງ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ເພື່ອປຶກສາກາລື ກ່ຽວກັບວຽກງານການຕ່າງປະເທດຂອງພັກ, ລັດ ແລະ ສະພາແຫ່ງຊາດ ໃນປີ 2018, ການກຳນົດທິດທາງວຽກງານປີ 2019. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ບັນກາການເຄື່ອນໄຫວວຽກງານການຕ່າງປະເທດ ປີ 2019 ຄວນສືບຕໍ່ປະຕິບັດເປັນຢ່າງດີ ດ້ວຍກຳນົດທິດລວມແມ່ນ ຮັກສາສັນຕິພາບ ເພື່ອການພັດທະນາ ຕິດພັນກັບຄວາມເດັດດ່ຽວ, ອົດທົນຕໍ່ສູ້ປົກປັກຮັກສາ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ດຶງດູດແຫຼ່ງກຳລັງຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ; ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນ, ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດ ຫຼາຍຝ່າຍ, ຍົກສູງຖານະບົດບາດຂອງປະເທດ.

ຍົກສູງປະສິດທິຜົນຂອງວຽກງານ ການຕ່າງປະເທດໃນປີ 2019 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ກອງປະຊຸມ  (ພາບ:TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃນວຽກງານປີ 2019 ຄວນຍົກສູງປະສິດທິຜົນບັນດາການເຄື່ອນໄຫວການຕ່າງປະເທດ, ສືບຕໍ່ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ໝັ້ນຄົງ ແລະ ມີປະສິດທິຜົນ; ຜັນຂະຫຍາຍຄຳສັ່ງເລກທີ 25 ຂອງຄະນະເລຂາສູນກາງພັກ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ,  ຍູ້ແຮງຂົນຂວາຍສະໝັກເລືອກຕັ້ງ, ກະກຽມດໍາລົງຕຳແໜ່ງຄະນະກຳມະການ ບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ກະກຽມໃຫ້ແກ່ບົດບາດເປັນປະທານ ອາຊຽນ 2020 ໃຫ້ເປັນຢ່າງດີ; ຮັກສາທ່າເຊື່ອມໂຍງເຂົ້າກັບສາກົນໃຫ້ດີ, ສົມທົບລະດົມຂົນຂວາຍລົງນາມ, ໃຫ້ສັດຕະຍາບັນ EVFTA; ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງໃຫ້ທັນການ ແລະ ມີປະສິດທິຜົນ; ແລະ ຍົກສູງຄຸນນະພາບວຽກງານຄົ້ນຄວ້າ ແລະ ຄາດຄະເນຍຸດທະສາດໃຫ້ດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ