ຍົກສູງປະສິດທິຜົນວຽກງານຄຸ້ມຄອງເຂດຊາຍແດນຫວຽດນາມ-ລາວໃນສະພາບການໃໝ່

ຍົກສູງປະສິດທິຜົນວຽກງານຄຸ້ມຄອງເຂດຊາຍແດນຫວຽດນາມ-ລາວໃນສະພາບການໃໝ່ - ảnh 1
ທີ່ກອງ​ປະ​ຊຸມ
(ພາບ: khoahocphattrien)

(vovworld) - ວັນ​ທີ 19/05, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກ​ຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຈັດ​ກອງ​ປະ​ຊຸມ​ໂຄ​ສະ​ນາ​ໂຄງ​ການປັກ​ຫຼັ​ກ​ໝາຍ​​ຖີ່ ແລະ ບຸ​ລະ​ນະ​ລະ​ບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ແລະ ເອ​ກະ​ສານ​​ນິ​ຕິ​ກຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດ​ນາມ - ລາວ ໃຫ້​ບັນ​ດາ​ອົງ​ກາ​ນ​ສື່ມວນ​ຊົນ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ. ທ່​ານ ຫງວຽນ​ແອງ​ຢຸງ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນ​າມ ໃຫ້​ຮູ້​ວ່າ.

        “ບົນ​​ພື້ນ​ຖານ​ມີ​​ເສັ້ນ​​ຊາຍ​ແດນ​ຢ່າງ​ຈ​ະ​ແຈ​້ງ​ຄື​ແນວນັ້ນ, ປະ​ຊາ​ຊົນ 2 ປະ​ເທດ​ສາ​ມາດ​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່​ງ​ກັນ ແລະ ກັນ. ຜ່ານນັ້ນ ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບ​ບ​ພິ​ເສດ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ຫວຽດ​ນາມ - ລາວ”.

        ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​​ຊາຍ​ແດນ, ຫວຽດ​ນາມ ແລະ ລາວ ໄດ້​ລົງ​ນາ​ມ​ໃນ​ເອ​ກະ​ສານ​ດ້ານ​​ນິ​ຕິ​ກຳ 2 ສະ​ບັບນັ້ນ​ແມ່ນ “ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຫຼັກ​ໝາຍ​ຊາຍ​ແດນ​ຫວຽດ​ນາມ - ລາວ” ແລະ “ສັນ​ຍາ​ກ່ຽວ​ກັບກົດ​ລະ​ບຽບ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ - ລາວ”. ນີ້​ແມ່ນ​ເອ​ກະ​ສານ​ນິ​ຕິ​ກຳ 2 ສະ​ບັບ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ບັນ​ດາ​ທີ່​ຕັ້ງ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດຢ່າງ​ຄົບ​ຖ້ວນ, ຊັດ​ເຈນ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​​ໃຫ້​ສົມ​ບູນ​ແບບ​ເໝາະ​ສົມ​ກັບ​ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ; ຍ​ົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ໃນ​ສະ​ພາບ​ການ​ໃໝ່, ເພີ່ມ​ທະ​ວ​ີ, ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ.

ຂ່າວ/ບົດ​ອື່ນ