(ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
ໃນການເຄື່ອນໄຫວຂອງທະນາຄານ)
(vovworld) – ຕອນບ່າຍວັນທີ 10/03, ຢູ່ຮ່າໂນ້ຍ, ຄະນະວຽກງານການເມືອງພາຍໃນ ແລະ ຄະນະພະນັກງານທະນາຄານແຫ່ງລັດຫວຽດນາມ, ໄດ້ລົງນາມໃນກົດລະບຽບສົມທົບວຽກງານເພື່ອປະກອບສ່ວນຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ເປັນເສນາທິການ, ຊີ້ນຳການແກ້ໄຂບັນດາກໍລະນີທີ່ມີສັນຍານລະເມີດກົດໝາຍໃນຂົງເຂດເງິນຕາ ແລະ ການເຄື່ອນໄຫວຂອງທະນາຄານຢ່າງຮ້າຍແຮງ. ຕາມນັ້ນແລ້ວ, ຄະນະວຽກງານການເມືອງພາຍໃນ ແລະ ຄະນະພະນັກງານທະນາຄານແຫ່ງລັດຫວຽດນາມ ເພີ່ມທະວີການສົມທົບກັນ, ຄົ້ນຄວ້າ, ສະເໜີຕໍ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ບັນດາທັດສະນະ, ກຳນົດທິດ, ແຜນນະໂຍບາຍ, ກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຂົງເຂດທະນາຄານ. ການສົມທົບກັນລະຫວ່າງຄະນະວຽກງານການເມືອງພາຍໃນ ແລະ ຄະນະກຳມະການພັກທະນາຄານແຫ່ງລັດຫວຽດນາມ ໄດ້ຮັບການປະຕິບັດຕາມຫຼັກການຮັບປະກັນການຊີ້ນຳລວມສູນ, ເປັນເອກະພາບຂອງພັກ; ປະຕິບັດຖືກກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ.