ຍົກສູງປະສິດທິຜົນວຽກງານໜູນຊ່ວຍດ້ານນິຕິກຳໃຫ້ວິສາຫະກິດໃນສະພາບການເຊື່ອມໂຍງ

ຍົກສູງປະສິດທິຜົນວຽກງານໜູນຊ່ວຍດ້ານນິຕິກຳໃຫ້ວິສາຫະກິດໃນສະພາບການເຊື່ອມໂຍງ - ảnh 1
ພາບ​ປະ​ກອບ

(vovworld) - ການ​ເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃຫ້​ວິ​ສາ​ຫະກິດ“ ຖືກຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ຖື​ວ່າ: ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ໃຫ້​ແກ່​ປະຊາ​ຄົມ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ປະຈຸ​ບັນ​ນີ້, ຄວນ​ເພີ່ມ​ທະວີ​ວຽກ​ງານ​ບຳລຸງ​ສ້າງ​ຄວາມ​ຮູ້​ດ້ານ​ກົດໝາຍ​ໃຫ້​ແກ່​ວິ​ສາ​ຫະກິດ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກ່າວ​ເຕືອນ​ວິ​ສາ​ຫະກິດ​ປະຕິບັດ​ກົດໝາຍ… ທ່ານ ​ໂຕ​ຮ່ວາຍ​ນາມ, ຮອງ​ປະທານ, ທັງ​ເປັນ​ເລຂາ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຫວຽດນາມ, ຖື​ວ່າ:

        “ຕ້ອງ​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ໃຈ​​ໄດ້ວ່າ​, ຄວາມເອົາ​ໃຈ​ໃສ່​ເຖິງດ້ານ​ນິຕິ​ກຳ ​ແມ່ນ​ບັນຫາ​ເປັນຕາ​ຍຂອງ​ເຂົາ​ເຈົ້າ, ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​​ເຖິງ​ບັນຫາ​ນີ້. ການ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃຫ້​ແກ່​ວິ​ສາ​ຫະກິດປະກອບສ່ວນ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ບໍລິ​ການ​ຂອງ​ລັດ​ປອດ​ໄສ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຫວຽດນາມ ຈະ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເຖິງ​ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ບັນດາ​ອົງການ​ລັດ​ກັບ​ພະນັກງານ​ສະມາຄົມ, ວິ​ສາ​ຫະກິດ, ປຶກສາ​ຫາລື, ​ແບ່ງປັນ​ນຳ​ກັນ ​ເພື່ອ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ມີ​ປະສິດທິ​ຜົນ “.

ຂ່າວ/ບົດ​ອື່ນ