ຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ກຳນົດທິດຮອດປີ 2050

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີ່ງຢຸງ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານແຜນຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ໄລຍະ 2021 – 2030, ກຳນົດທິດຮອດປີ 2050.
ຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ກຳນົດທິດຮອດປີ 2050 - ảnh 1(ພາບປະກອບ/ phapluatxahoi.vn)

        ເປົ້າໝາຍສັງລວມຂອງແຜນຍຸດທະສາດ ແມ່ນແນໃສ່ພັດທະນາຂະແໜງອຸດສາຫະກຳຜະລິດວັດສະດຸກໍ່ສ້າງ ໃຫ້ບັນລຸລະດັບກ້າວໜ້າ, ທັນສະໄໝ; ຜະລິດຕະພັນມີຄຸນນະພາບ, ບັນລຸມາດຕະຖານສາກົນ, ນຳໃຊ້ພະລັງງານປະຢັດ, ມີປະສິດທິຜົນ, ມີກຳລັງແກ່ງແຍ້ງສູງຢູ່ຕະຫລາດສາກົນ, ຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດພາຍໃນປະເທດ.

        ແຜນຍຸດທະສາດໄດ້ຍົກອອກ 7 ມາດຕະການປະຕິບັດ ລວມມີ: ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສຳເລັດ; ຂຸດຄົ້ນຊັບພະຍາກອນແຮ່ທາດຢ່າງມີປະສິດທິຜົນ ແລະ ປະຢັດ; ຍູ້ແຮງການຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີ; ຍູ້ແຮງການຈຳໜ່າຍຜະລິດຕະພັນວັດສະດຸກໍ່ສ້າງຢູ່ພາຍໃນປະເທດ ແລະ ສົ່ງອອກ; ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຍົກສູງກຳລັງຄວາມສາມາດປະດິດອຸປະກອນ; ປົກປັກຮັກສາສິ່ງແວດລ້ອມໃນການຜະລິດ…

ຕອບກັບ

ຂ່າວ/ບົດ​ອື່ນ