ຍີ່ປຸ່ນ ປະຕິບັດວຽກງານປ້ອງກັນຄວາມສະຫງົບກ່ອນທີ່ຈັດກອງປະຊຸມສຸດຍອດ G7 ຢ່າງເຄັ່ງຄັດ

(VOVWORLD) - ຕາມນັ້ນແລ້ວ, ກ່ອນທີ່ຈັດກອງປະຊຸມ, ກຳລັງຕຳຫຼວດລາດຕະເວນ ໄດ້ເພີ່ມທະວີຢູ່ຫຼາຍສະຖານທີ່ສາທາລະນະ.
ຍີ່ປຸ່ນ ປະຕິບັດວຽກງານປ້ອງກັນຄວາມສະຫງົບກ່ອນທີ່ຈັດກອງປະຊຸມສຸດຍອດ G7 ຢ່າງເຄັ່ງຄັດ - ảnh 1ກຳລັງປ້ອງກັນຄວາມສະຫງົບຂອງ ຍີ່ປຸ່ນ ໄປລາດຕະເວນຢູ່ບັນດາສະຖານທີ່ສາທາລະນະ
(ພາບ:AFP/TTXVN)

ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈະຈັດຂຶ້ນຢູ່ Hiroshima (ປະເທດຍີ່ປຸ່ນ) ແຕ່ວັນທີ 19 ຫາ ວັນທີ 21 ພຶດສະພາ. ຍີ່ປຸ່ນ ໄດ້ຜັນຂະຫຍາຍພະນັກງານປ້ອງກັນຄວາມສະຫງົບ 24.000 ຄົນ ໄປຍັງນະຄອນ ນີ້ເພື່ອຮັບປະກັນໃຫ້ກອງປະຊຸມໄດ້ດຳເນີນຢ່າງສະດວກ. ຕາມນັ້ນແລ້ວ, ກ່ອນທີ່ຈັດກອງປະຊຸມ, ກຳລັງຕຳຫຼວດລາດຕະເວນ ໄດ້ເພີ່ມທະວີຢູ່ຫຼາຍສະຖານທີ່ສາທາລະນະ. ເຮືອບິນເອລີກອບແຕ ໄດ້ລາດຕະເວນໃນເຂດນ່ານຟ້າຂອງນະຄອນ.

        ນອກຈາກນະຄອນ Hiroshima, ຍີ່ປຸ່ນ ກໍ່ໄດ້ເປີດກ້ວາງການເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ຫຼາຍທ້ອງຖິ່ນອື່ນໆ, ໃນນັ້ນມີນະຄອນຫຼວງ ໂຕກຽວ.

        ກອງປະຊຸມສຸດຍອດ G7, ນອກຈາກການເຂົ້າຮ່ວມຂອງປະມຸກລັດ 7 ປະເທດຄື: ຍີ່ປຸ່ນ, ອາເມລິກາ, ການາດາ, ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລ້ວກໍ່ຍັງມີຜູ້ຕາງໜ້າຂອງສະຫະພາບເອີລົບ, ປະທານາທິບໍດີ ບຣາຊິນ ແລະ ນາຍົກລັດຖະມົນຕີ ອິນເດຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ຈະເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ