ຍີ່ປຸ່ນ ຢັ້ງຢືນ ຈຳນວນເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດກ່ອນດຳເນີນກອງປະຊຸມສຸດຍອດ G7 ໄດ້ເພີ່ມຂຶ້ນ

(VOVWORLD) -ກອງປະຊຸມສຸດຍອດ G7 ຈະຖືກຈັດຂຶ້ນຢູ່ ນະຄອນ Hiroshima ແຕ່ວັນທີ 19 -21 ພຶດສະພາ ໂດຍເຕົ້າໂຮມການນຳບັນດາປະເທດ ອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ແລະ ອາເມລິກາ ພ້ອມກັບ ສະຫະພາບເອີລົບ.

ຍີ່ປຸ່ນ ຢັ້ງຢືນ ຈຳນວນເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດກ່ອນດຳເນີນກອງປະຊຸມສຸດຍອດ G7 ໄດ້ເພີ່ມຂຶ້ນ - ảnh 1ຈຳນວນເຫດບຸກໂຈມຕີທາງອິນເຕີເນັດເພີ່ມຂຶ້ນນັບແຕ່ເດືອນ ມີນາ ຢູ່ ຍີ່ປຸ່ນ. ພາບ:TTXVN

ສຳນັກຂ່າວ Kyodo ໄດ້ຄັດແຫລ່ງຂ່າວຕ່າງໆໃນວັນທີ 29 ເມສາ ໃຫ້ຮູ້ວ່າ: ຈຳນວນເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ເລັ່ງໃສ່ບັນດາບໍລິສັດ ແລະ ອົງການລັດຖະບານຢູ່ ຍີ່ປຸ່ນ ໄດ້ເພີ່ມຂຶ້ນຫລາຍສົມຄວນນັບແຕ່ເດືອນ ມີນາ ໃນສະພາວະກອງປະຊຸມສຸດຍອດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໂລກ (G7) ຈະດຳເນີນໃນເດືອນ ພຶດສະພາ ຢູ່ ຍີ່ປຸ່ນ. ເຈົ້າຫນ້າທີ່ທ່ານຫນຶ່ງຂອງ ສູນແຫ່ງຊາດຮັບມືກັບເຫດເກີດຂຶ້ນ ແລະ ຍຸດທະສາດຄວາມປອດໄພທາງເຄືອຂ່າຍອິນເຕີເນັດຂອງ ຍຸີ່ປຸ່ນ ຢັ້ງຢືນ: ຍີ່ປຸ່ນ ອາດຈະກາຍເປັນເປົ້າໝາຍຖືກບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ ຍ້ອນຮັບບົດບາດແມ່ນປະເທດເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ. ອົງການນີ້ໃຫ້ຮູ້ວ່າ: ໄດ້ແຈ້ງເຕືອນບັນດາອົງການກ່ຽວຂ້ອງກ່ຽວກັບຄວາມສ່ຽງເກີດເຫດບຸກໂຈມຕີຕ່າງໆທາງເຄືອຂ່າຍອິນເຕີເນັດ.

ກອງປະຊຸມສຸດຍອດ G7 ຈະຖືກຈັດຂຶ້ນຢູ່ ນະຄອນ Hiroshima ແຕ່ວັນທີ 19 -21 ພຶດສະພາ ໂດຍເຕົ້າໂຮມການນຳບັນດາປະເທດ ອັງກິດ, ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ແລະ ອາເມລິກາ ພ້ອມກັບ ສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ