ຍີ່ປຸ່ນ, ສ. ເກົາຫຼີ ເຫັນດີເປັນເອກະພາບປັບປຸງການພົວພັນສອງຝ່າຍ

(VOVWORLD) - ບັນດາຖະແຫຼງການຂອງບັນດາລັດຖະມົນຕີສອງຝ່າຍໄດ້ຍົກອອກມາໃນສະພາບທີ່ສານສູງສຸດ ສ. ເກົາຫຼີ ຄາດວ່າ ຈະຍົກອອກມາຄຳຕັດສິນກ່ຽວກັບການຂາຍຊັບສິນທີ່ຢຶດມາໄດ້ຈາກໜຶ່ງໃນຈຳນວນ ບໍລິສັດ 2 ແຫ່ງ...
ຍີ່ປຸ່ນ, ສ. ເກົາຫຼີ ເຫັນດີເປັນເອກະພາບປັບປຸງການພົວພັນສອງຝ່າຍ - ảnh 1 ທ່ານ Yoshimasa Hayashi, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ (ເບື້ອງຂວາ) ແລະ ຄູ່ຕຳແໜ່ງ ສ. ເກົາຫຼີ ທ່ານ Park Jin (ພາບ:AFP/TTXVN)

ກ່າວຄຳເຫັນທີ່ເວທີປາໄສທາງໄກ ໃນວັນທີ 3 ກັນຍາ, ທ່ານ Yoshimasa Hayashi, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ຄູ່ຕຳແໜ່ງ ສ. ເກົາຫຼີ ທ່ານ Park Jin ເນັ້ນໜັກວ່າ: ຈຳເປັນປັບປຸງການພົວພັນສອງຝ່າຍທີ່ພວມເຄັ່ງຕຶງກ່ຽວຂ້ອງເຖິງບັນຫາແຮງງານໃນສະໄໝສົງຄາມ.

          ບັນດາຖະແຫຼງການຂອງບັນດາລັດຖະມົນຕີສອງຝ່າຍໄດ້ຍົກອອກມາໃນສະພາບທີ່ສານສູງສຸດ ສ. ເກົາຫຼີ ຄາດວ່າ ຈະຍົກອອກມາຄຳຕັດສິນກ່ຽວກັບການຂາຍຊັບສິນທີ່ຢຶດມາໄດ້ຈາກໜຶ່ງໃນຈຳນວນ ບໍລິສັດ 2 ແຫ່ງຂອງ ຍີ່ປຸ່ນ ຖືກຮ້ອງຟ້ອງກ່ຽວຂ້ອງເຖິງແຮງງານຖືກບີບບັງຄັບ ໃນໄລຍະ ຍີ່ປຸ່ນ ຄອບຄອງ ແຫຼມເກົາຫຼີ ໄລຍະ 1910 – 1945.

ຕອບກັບ

ຂ່າວ/ບົດ​ອື່ນ