ຍີ່​ປຸ່ນ ອຸ​ປະ​ຖຳ​ເງິນ​ຈຳ​ນວນ 3.9 ລ້ານ USD ເພື່ອ​ແກ້​ໄຂ​ໄພ​ນ້ຳ​ຖ້ວມ ແລະ ໄພແຫ້ງ​ແລ້ງ​ຂອງ​ແມ່​ນ້ຳ​ຂອງ

(VOVWORLD) -ຕອນບ່າຍວັນທີ 13 ມີນາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຍີ່ປຸ່ນ ປະຈຳລາວ ໄດ້ມອບບ້ວງເງິນອຸປະຖຳທີ່ມີມູນຄ່າ 3.9 ລ້ານ USD ຂອງລັດຖະບານຍີ່ປຸ່ນ
ຍີ່​ປຸ່ນ ອຸ​ປະ​ຖຳ​ເງິນ​ຈຳ​ນວນ 3.9 ລ້ານ USD ເພື່ອ​ແກ້​ໄຂ​ໄພ​ນ້ຳ​ຖ້ວມ ແລະ ໄພແຫ້ງ​ແລ້ງ​ຂອງ​ແມ່​ນ້ຳ​ຂອງ - ảnh 1

     ຈຳນວນເງິນດັ່ງກ່າວເພື່ອຊ່ວຍຄະນະກຳມະການແມ່ນ້ຳຂອງສາກົນ (MRC) ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາ ແລະ ຄາດຄະເນສະພາບໄພແຫ້ງແລ້ງ ແລະ ນ້ຳຖ້ວມຂອງແມ່ນ້ຳຂອງ.

     ບ້ວງເງິນອຸປະຖຳດັ່ງກ່າວມີ ໄລຍະເວລານຳໃຊ້ແມ່ນ 4 ປີ (2020-2023) ແລະ ຈະຊ່ວຍໃຫ້ ຄະນະກຳມະການແມ່ນ້ຳຂອງສາກົນ ປັບປຸງສະພາບການຄາດຄະເນໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມໃຫ້ແກ່ເຂດທົ່ງພຽງຍ່ານລຸ່ມແມ່ນ້ຳຂອງ ໄດ້ຢ່າງຊັດເຈນ ແລະ ວ່ອງໄວກ່ວາ, ຊ່ວຍບັນດາປະເທດຖືກກະທົບຄື: ກຳປູເຈຍ, ໄທ, ລາວ ແລະ ຫວຽດນາມ ແກ້ໄຂຜົນຮ້າຍໂດຍທຳມະຊາດກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ