ຍີ່ປຸ່ນ, ອາເມລິກາ, ສ.ເກົາຫຼີ ຢັ້ງຢືນຄືນໃໝ່ການຮ່ວມມືໃນບັນຫາ ສປປ.ເກົາຫຼີ

(VOVWORLD) -ວັນທີ 8 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ອາເມລິກາ ແລະ ສ. ເກົາຫຼີ ໄດ້ມີການເຈລະຈາຢູ່ ໂຕກຽວ, ປະເທດຍີ່ປຸ່ນ ແລະ ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ໃນການແກ້ໄຂບັນຫາ ສປປ.ເກົາຫຼີ.

ຍີ່ປຸ່ນ, ອາເມລິກາ, ສ.ເກົາຫຼີ ຢັ້ງຢືນຄືນໃໝ່ການຮ່ວມມືໃນບັນຫາ ສປປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ແລະ  ທ່ານ Taro Kono ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ

(ພາບ: AFP/ TTXVN)

ກ່າວຄໍາເຫັນທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Pompeo  ໄດ້ຢັ້ງຢືນອີກເທື່ອໜຶ່ງ ກ່ຽວກັບການເດີນທາງຂອງທ່ານໄປພຽງຢາງ ຊຶ່ງບັນລຸໄດ້ຄວາມກ້າວໜ້າໃດໜຶ່ງທີ່ແນ່ນອນ. ແຕ່ວ່າ, ທ່ານລັດຖະມົນຕີ            ການຕ່າງປະະເທດອາເມລິກາ ຍັງຢັ້ງຢືນວ່າ ວໍຊິງຕັນ ຈະສືບຕໍ່ຮັກສາຄໍາສັ່ງລົງໂທດສໍາລັບ ສປປ.ເກົາຫຼີ ຈົນກວ່າເວລາ ພຽງຢາງ ປະຕິບັດການປອດນິວເຄຼຍຢ່າງສິ້ນເຊິງ.

        ໃນຂະນະນັ້ນ, ທ່ານ Taro Kono ລັດຖະມົນຕີກະຊວງການຕ່າງປະເທດ ປະເທດເຈົ້າພາບ ກໍໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍວ່າ ສາມປະເທດ ຍີ່ປຸ່ນ - ອາເມລິກາ - ສ.ເກົາຫຼີ ຈະເພີ່ມທະວີການຮ່ວມມື ເພື່ອມຸ່ງໄປເຖິງເປົ້າໝາຍສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສິ້ນເຊິງ. ຍີ່ປຸ່ນກໍຈະຮ່ວມມືກັບວົງຄະນະຍາດສາກົນ ເພື່ອປະຕິບັດບັນດາມະຕິລົງໂທດ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສໍາລັບ ສປປ.ເກົາຫຼີ ຢ່າງເຂັ້ມງວດ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung –wha ເນັ້ນໜັກວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະເຮັດທຸກວິທີທາງ ເພື່ອໃຫ້ການເຈລະຈາລະຫວ່າງອາເມລິກາ ແລະ ສປປ. ເກົາຫຼີສືບຕໍ່ໄດ້ດໍາເນີນ ແລະ ບັນລຸໄດ້ໝາກຜົນດີ. 

ຕອບກັບ

ຂ່າວ/ບົດ​ອື່ນ