ຍີ່ປຸ່ນກ່າວຫາກຳ່ປັ່ນ3ລຳຂອງຈີນແຊກຊຶມນ່ານທະເລຂອງຕົນ
(ພາບປະກອບຈາກ AFP/TTXVN)
|
(vovworld) - ວັນທີ 9/1, ກຳລັງປົກປ້ອງຝັ່ງທະເລຍີ່ປຸ່ນ (JCG) ໃຫ້ຮູ້ວ່າ ກຳ່ປັ່ນ 3 ລຳຂອງກຳລັງປົກປ້ອງຝັ່ງທະເລຈີນ (CCG) ໄດ້ ແຊກຊຶມເຂົ້າເຂດທະເລຂອງຍີ່ປຸ່ນ, ມໍ່ກັບເກາະ Senkaku ທີ່ພວມຂັດແຍ້ງກັນ ຢູ່ທະເລຮວາຕຸງ. ນີ້ແມ່ນການແຊກຊືມຄັ້ງທຳອິດຂອງກຳ່ປັ່ນຈີນໃນປີ 2015. ກຳປັ່ນລາດຕະເວນຂອງ JCG ໄດ້ອອກຄຳສັ່ງກ່າວເຕືອນ, ຮຽກຮ້ອງກຳປັ່ນ 3 ລຳຂອງຈີນຕ້ອງອອກຈາກເຂດນີ້. ແຕ່ 1 ໃນ 3 ກຳ່ປັ່ນດັ່ງກ່າວໄດ້ອອກສັນຍານໂຕ້ຕອບວ່າ, ນີ້ແມ່ນເຂດທະເລທີ່ຂຶ້ນກັບອະທິປະໄຕຂອງຈີນ. ການແຊກຊືມຄັ້ງມໍ່ໆນີ້ຂອງບັນດາກຳ່ປັ່ນ CCG ເຂົ້າເຂດທະເລຂອງຍີ່ປຸ່ນແມ່ນໃນວັນທີ 30/12/2014.