ຍີ່ປຸ່ນຈັດວາງລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ, ຍົກເວັ້ນແຕ່ນ້ຳມັນດິບຈາກໂຮງງານ Sakhalin-2

(VOVWORLD) - ບັນດານັກຂຸດຄົ້ນພະລັງງານ ຍີ່ປຸ່ນ ມີຫຸ້ນສ່ວນໃນໂຄງການນີ້ພາຍຫຼັງບໍລິສັດ Shell ໄດ້ຖອນຕົວອອກຈາກໂຄງການ...
ຍີ່ປຸ່ນຈັດວາງລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ, ຍົກເວັ້ນແຕ່ນ້ຳມັນດິບຈາກໂຮງງານ Sakhalin-2 - ảnh 1ສະຖານທີ່ດູດນ້ຳມັນຢູ່ບ້ານ Yamashi ຂຶ້ນກັບເມືອງ Almetyevsk, ສ.atarstan (ສະຫະພັນລັດເຊຍ)
(ພາບ:AP/TTXVN)

 

ແຕ່ວັນທີ 5 ທັນວາ, ຍີ່ປຸ່ນ ໄດ້ເລີ່ມຈັດລະດັບລາຄາເພດານສຳລັບນ້ຳມັນດິບຂອງ ລັດເຊຍ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະບານ ຍີ່ປຸ່ນ ກໍ່ປະກາດຈະຍົກເວັ້ນນ້ຳມັນດິບຈາກໂຮງງານ Sakhalin-2. ລັດຖະບານ ຍີ່ປຸ່ນ ໄດ້ຊີ້ແຈ້ງເລື່ອງ ຍົກເວັ້ນການຈັດວາງລະດັບລາຄາເພດານສຳລັບນ້ຳມັນຈາກໂຄງການ Sakhalin-2 ຢູ່ເຂດ ຕາເວັນອອກໄກຂອງລັດເຊຍ ແມ່ນຄວາມຕັດສິນໃຈທີ່ເໝາະສົມຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງ ຍີ່ປຸ່ນ. ບັນດານັກຂຸດຄົ້ນພະລັງງານ ຍີ່ປຸ່ນ ມີຫຸ້ນສ່ວນໃນໂຄງການນີ້ພາຍຫຼັງບໍລິສັດ Shell ໄດ້ຖອນຕົວອອກຈາກໂຄງການ.

        ຄຳຕັດສິນຂອງລັດຖະບານ ຍີ່ປຸ່ນ ໄດ້ຍົກອອກມາພາຍຫຼັງຂໍ້ຕົກລົງເມື່ອວັນທີ 2 ທັນວາ ຂອງ G7 (ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ, ເຊິ່ງ ຍີ່ປຸ່ນ ເປັນສະມາຊິກ) ກ່ຽວກັບເລື່ອງຈັດວາງລາຄານ້ຳມັນເພດານຂອງລັດເຊຍ ຢູ່ໃນລະດັບ 60 USD/ຖັງ.

ຕອບກັບ

ຂ່າວ/ບົດ​ອື່ນ