ຍີ່ປຸ່ນດຳເນີນການເລືອກຕັ້ງສະພາຕ່ຳກ່ອນກຳນົດເວລາ

(VOVWORLD) -ຕອນເຊົ້າວັນທີ 22 ຕຸລາ, ບັນດາສະຖານທີ່ປ່ອນບັດໄດ້ເລີ່ມເປີດປະຕູ ເພື່ອຕ້ອນຮັບຜູ້ມີສິດເລືອກຕັ້ງມາປ່ອນບັດເລືອກຕັ້ງສະພາຕ່ຳ ກ່ອນກຳນົດເວລາຢູ່ຍີ່ປຸ່ນ. ການເລືອກຕັ້ງສະພາຕ່ຳປີນີ້ມີຜູ້ອອກສະໝັກຮັບເລືອກຕັ້ງ 1.180 ທ່ານ ທີ່ຊ່ວງເສັງເຂົ້າ 465 ທີ່ນັ່ງ.

ຍີ່ປຸ່ນດຳເນີນການເລືອກຕັ້ງສະພາຕ່ຳກ່ອນກຳນົດເວລາ - ảnh 1 ຍີ່ປຸ່ນດຳເນີນການເລືອກຕັ້ງສະພາຕ່ຳກ່ອນກຳນົດເວລາ

(ພາບ: AFP/ TTXVN)

ໃນນັ້ນຈະມີສະມາຊິກລັດຖະສະພາ 289 ທ່ານຈະໄດ້ຮັບການເລືອກຕັ້ງໂດຍກົງ ແລະ ສະມາຊິກລັດຖະສະພາ 176 ທ່ານຈະຮັບການເລືອກຕັ້ງຜ່ານລະບົບອັດຕາຜູ້ຕາງໜ້າ. ຕາມໝາກຜົນການສຳຫຼວດກ່ອນການເລືອກຕັ້ງ, ພັນທະມິດກຳອຳນາດລະຫວ່າງພັກປະຊາທິປະໄຕເສລີ (LDP) ແລະ ພັກ Komeito ອາດຈະຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ, ຜ່ານນັ້ນຊ່ວຍຮັກສາບັນດານະໂຍບາຍເຊິ່ງລັດຖະບານຂອງທ່ານນາຍົກລັດຖະມົນຕີ Shinzo Abe ພວມຜັນຂະຫຍາຍ. ໜັງສືພິມລາຍວັນ Nikkei ຂອງຍີ່ປຸ່ນ ຄາດວ່າ, ພັນທະມິດກຳອຳນາດອາດຈະຍາດໄດ້ປະມານ 300/465 ທີ່ນັ່ງຢູ່ສະພາຕ່ຳ. ໃນຂະນະທີ່, 2 ພັກຝ່າຍຄ້ານຕົ້ນຕໍ່ແມ່ນພັກຄວາມຫວັງ ແລະ ເຈົ້າຄອງນະຄອນໂຕກຽວ ແລະ ພັກປະຊາທິປະໄຕສ້າງລັດຖະທຳມະມູນຄາດວ່າ ແຕ່ລະພັກພຽງຍາດໄດ້ປະມານ 50 ທີ່ນັ່ງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ